ຊຸກຍູ້ການພົວພັນດ້ານ ເສດຖະກິດ, ການຄ້າ, ວັດທະນະທຳຫວຽດນາມ -ອົດສະຕາລີ


ຊຸກຍູ້ການພົວພັນດ້ານ ເສດຖະກິດ, ການຄ້າ, ວັດທະນະທຳຫວຽດນາມ -ອົດສະຕາລີ - ảnh 1

(ພາບ:dantri.com.vn)

(vovworld)-  ​ ​ແຕ່ວັນ​ທີ 19-23/8, ຢູ່​​ອົດ​ສະ​ຕາ​ລີ, ກົງ​ສູນ​ໃຫ່ຍສະຖານທູດ​ຫວຽດນາມ ປະຈຳ Perth ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເພີ່ມ​ທະວີການພົວພັນ​ແລກປ່ຽນ​ດ້ານ​ເສດຖະກິດ, ການ​ຄ້າ, ​ໂຄສະນາວັດທະນະທຳ​, ສິລະ​ປະຫວຽດນາມ ຢູ່​ເຂດ​ດິນ​ແດນ​ທາງ​ພາກ​ເໜືອອົດ​ສະ​ຕາ​ລີ ​ໃນ​ສະພາບ​ການ​ສອງ​ປະ​ເທດ​ພວມ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ (1973-2013). ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ເຂດ​ດິນ​ແດນ​ທາງ​ພາກ​ເໜືອອົດ​ສະ​ຕາ​ລີ, ທ່ານຫົວໜ້າ​ກົງ​ສູນ​ເລ​ວຽດຢວຽນ  ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ບັນດາ​ເຈົ້າໜ້າ​ທີ່​ລັດຕ່າງໆ, ​ເຮັດ​ວຽກ​ກັບ​ການ​ນຳ​ບັນ​ດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ທີ່​ການ​ພົບ​ປະຄັ້ງຕ່າງໆ, ຜູ້ຕາງໜ້າ​ບັນດາ​ອົງການ​ສຳນັກງານ ອຳນາດ​ການ​ປົກຄອງ​ເຂດ​ດິນ​ແດນ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ຫວຽດນາມ ​ໃນພາກ​ພື້ນ, ຊື່​ງສະ​ແດງ​​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຍຸດ​ທະ​ສາດ​ຕິດ​ພັນ​ເຂດ​ດິນ​ແດນ​ກັບ​ອາຊີ ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເລິກ​ເຊິ່ງກ່ວາ​ອີກ. ​ໃນ​ໂອກາດ​ງານ​ບຸນມູນ​ເຊື້ອ​ປະຈຳ​ປີຂອງ​ນະຄອນ Darwin, ກົງ​ສູນ​ໃຫ່ຍຫວຽດນາມ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ “ສີສັນ​ວັດທະນະທຳ​ຫວຽດນາມ“ ຄື: ​ໄຂ​ງານ​ວາງສະ​ແດງ​ຮູ​ບພາບ “ຫວຽດນາມ-​ສີ່​ລະດູ“, ຈັດການ​ສາຍ​ຟີມຮູບ​ເງົາ​ຫວຽດນາມ ​ແລະ ສົມທົບ​ກັບນະຄອນ Darwin ຈັດງານ​ພົບ​ປະສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນຊາດ​ຫວຽດນາມ ທີ 2/9 ​ແລະ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ອົດ​ສະ​ຕາ​ລີ.

ຂ່າວ/ບົດ​ອື່ນ