ຊຸກຍູ້ການພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ ແລະ ເນປານ

(VOVWORLD) -  ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ K P Sharma Oli ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາ (Vesak) ສະຫະປະຊາຊາດໃນລະຫວ່າງວັນທີ 09 – 12 ພຶດສະພາ 2019.

ຊຸກຍູ້ການພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ ແລະ ເນປານ - ảnh 1 ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ K P Sharma Oli (ພາບ: nepal24hours)

ການຢ້ຽມຢາມໄດ້ດຳເນີນໄປໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ເນປານ ພວມພັດທະນາຢ່າງສະດວກ, ພິເສດແມ່ນການຮ່ວມມືວຽກງານພັກ, ການຮ່ວມມືເສດຖະກິດ - ການຄ້າໄດ້ມີສັນຍານທີ່ດີໃນໄລຍະມໍ່ໆມານີ້. ບັນດາການຮ່ວມມືວັດທະນະທຳ, ການທ່ອງທ່ຽວ ແລະ ການພົວແລກປ່ຽນປະຊາຊົນມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ນັບມື້ນັບມີແຂກທ່ອງທ່ຽວ, ພຸດທະສາສະນິກກະຊົນ ຫວຽດນາມ ໄປ Lumbini, ແຫ່ງກຳເນີດຂອງພະພຸດທະເຈົ້າ ເພື່ອຢ້ຽມຊົມໄຫວ້ບູຊາ ແລະ ຄົ້ນຫາພະຈົນໄພສາຍພູ Everest. 2 ຝ່າຍກໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ, ສົມທົບກັນເປັນຢ່າງດີທີ່ບັນດາເວທີປາໄສສາກົນ, ພິເສດແມ່ນສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ