ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລັດ ອົດສະຕາລີ ຕາເວັນຕົກ

(VOVWORLD) -   ປະທານສະພາສູງ ແລະ ຮອງປະທານສະພາຕ່ຳ ລັດ ອົດສະຕາລີ ຕາເວັນຕົກ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງ ຫວຽດນາມ ແລະ ລັດ ອົດສະຕາລີ ຕາເວັນຕົກ ພວມພັດທະນາອັນດີງາມ
ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລັດ ອົດສະຕາລີ ຕາເວັນຕົກ - ảnh 1ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານນາງ Kerry Sanderson 

ໃນຂອບເຂດການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 1 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ຮັບການພົບປະກັບທ່ານນາງ Kate Doust, ປະທານສະພາສູງ ແລະ ທ່ານນາງ Lisa Baker, ຮອງປະທານສະພາຕ່ຳລັດ ອົດສະຕາລີ ຕາເວັນຕົກ.

        ປະທານສະພາສູງ ແລະ ຮອງປະທານສະພາຕ່ຳ ລັດ ອົດສະຕາລີ ຕາເວັນຕົກ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງ ຫວຽດນາມ ແລະ ລັດ ອົດສະຕາລີ ຕາເວັນຕົກ ພວມພັດທະນາອັນດີງາມ; ຕີລາຄາສູງສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ Perth ມີການເຄື່ອນໄຫວຕ່າງໆຕັ້ງໜ້າ, ປະກອບສ່ວນສ້າງການພົວພັນ ຫວຽດນາມ ແລະ ລັດ ອົດສະຕາລີ ຕາເວັນຕົກ.

        ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລັດ ອົດສະຕາລີ ຕາເວັນຕົກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນໄປມາຢ້ຽມຢາມເຊິ່ງກັນ ແລະ ກັນ, ໃນນັ້ນມີບັນດາທ້ອງຖິ່ນ 2 ປະເທດເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວ, ພົວພັນແລກປ່ຽນປະຊາຊົນ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 1 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານນາງ Kerry Sanderson, ຜູ້ວ່າການລັດ ອົດສະຕາລີ ຕາເວັນຕົກ. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ມີຫຼາຍຈຸດທີ່ຄ້າຍຄືກັນລະຫວ່າງລັດ ອົດສະຕາລີ ຕາເວັນຕົກ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ.

ຜູ້ວ່າການລັດ ອົດສະຕາລີ ຕາເວັນຕົກ ທ່ານນາງ Kerry Sanderson ຢັ້ງຢືນວ່າ: ລັດ ອົດສະຕາລີ ຕາເວັນຕົກ  ຖືການພົວພັນຮ່ວມມືກັບ ຫວຽດນາມ ເປັນສຳຄັນ; ຊົມເຊີຍພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງສານສູງສຸດ ລັດ ອົດສະຕາລີ ຕາເວັນຕົກ ແລະ ສານປະຊາຊົນສູງສຸດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ