ຊຸກ​ຍູ້​ການ​ພົ​ວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ສະ​ວິດ ແລະ ເພີ່ມ​ທະ​ວີຄວາມເຂົ້າອົກເຂົ້າໃຈກ່ຽວ​ກັບ ອາ​ຊຽນ

(VOVWORLD) - ສະວິດ ແມ່ນຄູ່ຮ່ວມມືການຄ້າສຳຄັນ ແລະ ນັກລົງທຶນ ເອີລົບ ໃຫຍ່ທີ 6 ຢູ່ ຫວຽດນາມ ດ້ວຍເງິນລົງທຶນປະມານ 2 ຕື້ USD, ສຸມໃສ່ ບັນດາຂະແໜງອຸດສາຫະກຳປຸງແຕ່ງ, ປະດິດ, ສ້າງພະລັງງານໄຟຟ້າ.
ຊຸກ​ຍູ້​ການ​ພົ​ວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ສະ​ວິດ ແລະ ເພີ່ມ​ທະ​ວີຄວາມເຂົ້າອົກເຂົ້າໃຈກ່ຽວ​ກັບ ອາ​ຊຽນ - ảnh 1ການສຳມະນາກ່ຽວກັບ ຫວຽດນາມ ໃນຂອບເຂດສັບປະດາສຳມະນາຜ່ານທາງອອນລາຍເຊິ່ງນອນໃນໂຄງການຄົ້ນຫາ ອາຊຽນ (ພາບ: TTXVN)

ໂດຍຮັບຄຳເຊີນຂອງຄະນະອຳນວຍການມະຫາວິທະຍາໄລວິທະຍາສາດໝູນໃຊ້ ແລະ ສີລະປະ ຕາເວັນອອກສ່ຽງເໜືອ ສະວິດ, ໃນວັນທີ 16 ກຸມພາ, ທ່ານນາງປະລິນຍາເອກ ເລລິງລານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ, ໄດ້ເຂົ້າຮ່ວມການສຳມະນາກ່ຽວກັບ ຫວຽດນາມ ໃນຂອບເຂດສັບປະດາສຳມະນາຜ່ານທາງອອນລາຍເຊິ່ງນອນໃນໂຄງການຄົ້ນຫາ ອາຊຽນ (Explore ASEAN), ດ້ວຍຫົວຂໍ້ “ອາຊຽນ”: ກຸ່ມ, ເຕັກໂນໂລຢີອັດສະລິຍະ, ດີຈີຕອນ ແລະ ການພັດທະນະແບບຍືນຍົງ”.

        ກ່າວຄຳເຫັນທີ່ການສຳມະນາ, ທ່ານນາງ ເລລິງລານ ເນັ້ນໜັກວ່າ ໂລກລະບາດໂຄວິດ-19 ໄດ້ເກີດວິກິດການຢ່າງໜັກໜ່ວງໃນໂລກ, ສົ່ງຜົນກະທົບຫຍໍ້ທໍ້ຫຼາຍດ້ານເຖິງສະພາບການເສດຖະກິດໂລກໃນກ່ວາປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມຕັດສິນໃຈສູງພ້ອມກັບຄວາມຮ່ວມແຮງຮ່ວມໃຈຂອງລັດຖະບານ ແລະ ທົ່ວສັງຄົມ, ຫວຽດນາມ ໄດ້ຄວບຄຸມເຊື້ອພະຍາດດີພໍສົມຄວນ. ຫວຽດນາມ ບັນລຸໄດ້ “ເປົ້າໝາຍຄວບຄູ່”, ທັງຄວບຄຸມໂລກລະບາດໂຄວິດ-19 ທັງຮັກສາການເຕີບໂຕເສດຖະກິດ.

        ເມື່ອເຕື້ອງເຖິງປັດໃຈໜູນຊ່ວຍໃນການຟື້ນຟູເສດຖະກິດ ຢ່າງແຮງໃນໄລຍະຈະມາເຖິງ, ທ່ານນາງ ເລລິງລານ ເນັ້ນໜັກວ່າ ການລົງນາມບັນດາສັນຍາການຄ້າເສລີແບບໃໝ່ (FTA) ໃນໄລຍະຜ່ານມາດ້ນຳມາເຊິ່ງປະສິດທິຜົນຫຼາຍຢ່າງ.

        ກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ-ສະວິດ, ທ່ານນາງ ເລລິງລານ ຢັ້ງຢືນວ່າ ກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງຍັງມີຫຼາຍທີ່ສຸດ. ສະວິດ ແມ່ນຄູ່ຮ່ວມມືການຄ້າສຳຄັນ ແລະ ນັກລົງທຶນ ເອີລົບ ໃຫຍ່ທີ 6 ຢູ່ ຫວຽດນາມ ດ້ວຍເງິນລົງທຶນປະມານ 2 ຕື້ USD, ສຸມໃສ່ ບັນດາຂະແໜງອຸດສາຫະກຳປຸງແຕ່ງ, ປະດິດ, ສ້າງພະລັງງານໄຟຟ້າ.


ຕອບກັບ

ຂ່າວ/ບົດ​ອື່ນ