ຊຸກຍູ້ການພົວພັນຫວຽດນາມ-EUກ່ວາອີກ

ຊຸກຍູ້ການພົວພັນຫວຽດນາມ-EUກ່ວາອີກ - ảnh 1
(ພາບປະກອບ)

(vovword)- ​​ໃນ​ລະ​ຫວ່າງວັນ​ທີ 04-10/03/2017, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຫງວຽນ​ກວກ​ຢູງ ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ EU ແລະ ເຢຍ​ລະ​ມັນ​ ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ ແລະ ອົງ​ການ Friedrich Naumann ( FNF, ເຢຍ​ລະ​ມັນ ). ຈຸດ​ປະ​ສົງ​ຂອງ​ການ​ປະ​ຕິ​ບັດ​ງານ​ແມ່ນ ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ-EU ຜ່ານ​ການ​​ຂົນ​ຂວາຍ EU ເຊັນ​ສັນ​ຍາ, ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ-EU ( EVFTA ) ໂດຍ​ໄວ, ຮັບ​ຮອງ​​ກົດ​ລະ​ບຽບເສດ​ຖະ​ກິດ​ການ​ຕະຫຼາດ​ຂອງ​ຫວຽດ​ນາມ ແລະ ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ສັນ​ຍາ​ແມ່​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ (PCA) ລະ​ຫວ່າງ​ຫວຽດ​ນາມ ແລະ EU ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ໃນ​ການ​ປະ​ຕິ​ບັດ​ງານ, ຄະ​ນະ​ໄດ້​ເຮັດ​ວຽກ​ກັບ​ລັດ​ຖະ​ສະ​ພາ​ເອີ​ລົບ, ອົງ​ການ​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ເອີ​ລົບ, ກົມ​​ໃຫຍ່​ຮ່ວມ​ມື​ພັດ​ທະ​ນາ ແລະ ກົມ​​ໃຫຍ່​ການຄ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ, ຫ້ອງ​ການ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ເອີ​ລົບ, ສ​ະ​ຫະ​ສະ​ມາ​ຄົມ​ວົງ​ການ​​ເຈົ້າ​ຂອງ ແລະ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກັບ​ອົງ​ການ​ FNF ໄລ​ຍະ​ 2017-2019.

ໃນ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ EU ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ ແລະ ບັນ​ດາ​ມາດ​ຕະ​ການ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ-EU ໃນ​ທຸກ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ, ການ​ຄ້າ, ການ​ລົງ​ທຶນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢູງ  ຢືນຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື​ກັບ EU ; ປາ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຮອບ​ດ້ານ​ກັບ EU ເລິກ​ເຊິ່ງກວ່າ ຜ່ານ​ການ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ສັນ​ຍາ PCA ຢ່າງ​ມີ​ປະ​ສິດ​ທິ​ຜົນ; ທ່ານກໍ່​ສະ​ເໜີ​ສອງ​ຝ່າຍ​ມາ​ນະ​ພະ​ຍາ​ຍາມກວດ​ກາ​ຄືນ​ນິ​ຕິ​ກຳ​ທັງ​ໝົດ ເພື່ອ​ອາດ​ຈະ​ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍະ​ບັນ ສັນ​ຍາ EVFTA ໂດຍ​ໄວ, ຮັບ​ຮອງ​ເສດ​ຖະ​ກິດ​ການ​ຕະຫຼາດ​ໃຫ້​ແກ່​ຫວຽດ​ນາມ ​ໃນ​ໂອ​ກາດ​ເຊັນ​ສັນ​ຍາ​ດັ່ງ​ກ່າວ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢູງ ສະ​ເໜີ EU ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ອາ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ; ພິ​ຈາ​ລະ​ນາ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ໃຫ້​ແກ່​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ແຂວງ Tulcea ( ລູ​ມາ​ນີ ) ແລະ ແຂວງ​ເບັ້ນ​ແຈ ໃນ​ຂອບ​ເຂດ​ການ​ຮ່ວມ​ມື ແມ່​ຂອງ -Danube ເພື່ອ​ນຳ​ໂຄງ​ການ ກາຍ​ເປັນ​ໂຄງ​ການ​ຕົ້ນ​ຕໍ ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ-ເອີ​ລົບ (ASEM).

ໃນ​ຂອບ​ເຂດ​ລາຍ​ການ​ເຮັດ​ວຽກ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢູງ ໄດ້​ມີ​ບັນ​ດາ​ການ​ພົບ​ປະ​ກັບ ສະ​ມາ​ຊິກ​ສະ​ພາ​ຂອງ​ກຳ​ມາ​ທິ​ການ​ການ​ຄ້າ​ສາ​ກົນ ແລະ ກຳ​ມາ​ທິ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ສະ​ພາ​ເອີ​ລົບ (EP). ຄ​ະ​ນະ​ກໍ່​ໄດ້​ສະ​ຫງວນ​ເວ​ລາ​ຊອກ​ຮູ້, ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້ ແລະ ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ເອີ​ລົບ ແລະ ບັນ​ດາ​ການ​ອາ​ລັກ​ຂາ​ດ້ານ​ການ​ຄ້າ​​ທີ່ມີ​ທິດ​ເພີ່ມ​ຂຶ້ນ ແລະ ​ກະ​ທົບ​ເຖິງ​ການ​ພົວ​ພັນ​ເສດ​ຖະ​ກິດ-ການ​ຄ້າ​ຫວຽດ​ນາມ-EU, ໃນ​ນັ້ນ​ມີ EVFTA……

ທີ່​ເຢຍ​ລະ​ມັນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢູງ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື ໄລ​ຍະປີ 2017-2019 ລະ​ຫວ່າງ ກົມ​​ຮ່ວມ​ມື​ເສດ​ຖະ​ກິດຫຼາຍ​ຝ່າຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ແລະ ອົງ​ການ FNF.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ