ຊຸກຍູ້ການພົວພັນຮ່ວມມື,ການພັດທະນາເສດຖະກິດ,ການຄ້າ,ການທ່ອງທ່ຽວຫວຽດນາມແລະອິນເດຍ

ຊຸກຍູ້ການພົວພັນຮ່ວມມື,ການພັດທະນາເສດຖະກິດ,ການຄ້າ,ການທ່ອງທ່ຽວຫວຽດນາມແລະອິນເດຍ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ພັດທະນາລະຫວ່າງ
ຫວຽດນາມ-​ອິນ​ເດຍ ຈາກ​ແງ່​ມູນ​ດ້ານ​ເສດຖະກິດ


(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 11/5, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ຮ່ວມ​ມື​ພັດທະນາລະຫວ່າງ ຫວຽດນາມ-​ອິນ​ເດຍ ຈາກ​ແງ່​ມູນ​ດ້ານ​ເສດຖະກິດ”. ບົດ​ປະກອບ​ຄຳ​ເຫັນ 40 ບົດຢູ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ໄຈ້​ແຍກຢ່າງ​ເລິກ​ເຊິ່ງບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນຮ່ວມ​ມື, ການ​ພັດທະນາ​ເສດຖະກິດ, ການ​ຄ້າ, ການທ່ອງທ່ຽວ​ ລະຫວ່າງ ຫວຽດນາມ-​ອິນ​ເດຍ. ປະຈຸ​ບັນ, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 8 ຕື້ USD, ​ເພີ່ມ​ຂຶ້ນ 20 ​​​ເທົ່າໃນ 10 ປີຜ່ານມາ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໂດ້ຖັ໋ງຫາຍ ຢືນຢັນ​ວ່າ ການ​ຄ້າ​ 2 ຝ່າຍ ລະຫວ່າງ ຫວຽດນາມ-ອິນ​ເດຍ ​ແນ່ນອນ​ວ່າ​ຈະ​ບັນລຸ​​ໄດ້ຄາດໝາຍ 15 ຕື້ USD ​ໃນ​ປີ 2015.

        “ຫວຽດນາມ ​ແລະ ອິນ​ເດຍ ​ໄດ້​ເຂົ້າ​ຮ່ວມ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ບໍລິການ ​ແລະ ສັນຍາ​ການ​ລົງທຶນ​ໃນ​ຂອບ​ເຂດ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ຮອບດ້ານ ອາ​ຊຽນ-ອິນ​ເດຍ. ນອກຈາກ​ນັ້ນ, ຫວຽດນາມ ​ແລະ ອິນ​ເດຍ ພວມ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ເສດຖະກິດ​ຮອບດ້ານ ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ 6 ປະ​ເທດ​ຄູ່​ຮ່ວມ​ມື FTA ຂອງ ອາ​ຊຽນ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ: ນີ້​ແມ່ນ​ຄວາມ​ສະດວກ ​ແລະ ບັນດາ​ຂອບ​ເຂດນິຕິ​ກຳ​ສຳຄັນ ​ແລະ ​ແມ່ນ​ຖະຖົມ​ປັດ​ໄຈ​ໃຫ້ການ​ພັດທະນາ​ດ້ານ​ເສດຖະກິດ, ການ​ຄ້າ ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ.”

​        ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ອິນ​ເດຍ, ບັນດາ​ຜູ້​ແທນ​​ໄດ້ມີ​ຂໍ້ສະ​ເໜີ​ແນະຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ລົງທຶນ, ວິທະຍາສາດ, ​ເຕັກ​ໂລ​ໂນ​ຊີ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ລະຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ​ກໍ​ຕ້ອງ​ຊຸກຍູ້​ການ​ຄົ້ນ​ຄ້ວາ, ຕີ​ລາຄາ​ຄວາມສາມາດ​ບົ່ມ​ຊ້ອນ​ການ​ພັດທະນາ​ຂອງ ອິນ​ເດຍ ຢ່າງ​​ເປັນລະບົບ.

ຂ່າວ/ບົດ​ອື່ນ