ຊຸກຍູ້ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານຂອງຫວຽດນາມ ໄປຍັງ ອົດສະຕາລີ

(VOVWORLD) -ອົດສະຕາລີ ແລະ ຫວຽດນາມ ລ້ວນແຕ່ມີທ່າແຮງສະເພາະກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວ, ສະນັ້ນ, ມີບັນດາກາລະໂອກາດເຊິ່ງວິສາຫະກິດ 2 ປະເທດສາມາດສວຍໃຊ້ເຊິ່ງກັນແລະກັນ.
ຊຸກຍູ້ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານຂອງຫວຽດນາມ ໄປຍັງ ອົດສະຕາລີ - ảnh 1(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທ່ງ)

ໃນລະຫວ່າງວັນທີ 10 – 12 ສິງຫາ, ກອງປະຊຸມເຊື່ອມຕໍ່ການຄ້າໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ - ອົດສະຕາລີ ໄດ້ຈັດຂຶ້ນເປັນຄັ້ງທຳອິດທາງອອນລາຍ. ກອງປະຊຸມໂດຍສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ແລະ ສະມາຄົມເຕັກໂນໂລຊີຂໍ້ມູນຂ່າວສານ ອົດສະຕາລີ (AIIA) ປະຕິບັດ.

        ກ່າວຄຳເຫັນທີ່ກອງປະຊຸມຕົ້ນຕໍໃນວັນທີ 11 ສິງຫາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທ່ງ ຖືວ່າ, ໃນສະພາບເກີດໂລກລະບາດຄືໃນປະຈຸບັນ, ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານໃນໂລກ ເບິ່ງຄືວ່າໄດ້ຫັນໄປສູ່ໄລຍະອື່ນ, ແມ່ນສະພາບເປັນປົກກະຕິຕໍ່ໄປ. ກ່ຽວກັບຝ່າຍ ອົດສະຕາລີ, ທ່ານ Ron Gauci, ຜູ້ອຳນວຍການຝ່າຍບໍລິຫານກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານຂອງ AIIA, ໃຫ້ຂໍ້ສັງເກດວ່າ ອົດສະຕາລີ ແລະ ຫວຽດນາມ ລ້ວນແຕ່ມີທ່າແຮງສະເພາະກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວ, ສະນັ້ນ, ມີບັນດາກາລະໂອກາດເຊິ່ງວິສາຫະກິດ 2 ປະເທດສາມາດສວຍໃຊ້ເຊິ່ງກັນແລະກັນ. ປະຈຸບັນ, ມີວິສາຫະກິດ ອົດສະຕາລີ ຫຼາຍແຫ່ງພວມປະເຊີນໜ້າກັບການຂາດແຫຼ່ງກຳລັງດ້ານເຕັກໂນໂລຊີຂໍ້ມູນຂ່າວ, ໃນຂະນະທີ່ລັດຖະບານເອົາໃຈໃສ່ຍູ້ແຮງການພັດທະນາເຕັກໂນໂລຊີດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ