ຊຸກຍູ້ການຮ່ວມມື ພັດທະນາເຂດລຸ່ມ ແມ່ນ້ຳຂອງ
Nhat Quynh ນັກຂ່າວ VOV ປະຈຳອາເມລິກາ -  
(ພາບ: vov.vn)
(vovworld)- ອາເມລິກາ ແລະ 5 ປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງຂອງພາກພື້ນ. ຄຳໝັ້ນສັນຍາກັ່ງກ່າວໄດ້ຍົກອອກມາທີ່ເວທີປາໄສຮ່ວມມືເຂດລຸ່ມແມ່ນ້ຳຂອງ ໂດຍສະຖານທູດຫວຽດນາມ ປະຈຳອາເມລິກາ ຈັດຕັ້ງຂຶ້ນໃນວັນທີ 2/5 ຕາເວລາຫວຽດນາມ.
ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ ໂດຍອາເມລິກາ ລິເລີ່ມເມື່ອປີ 2009 ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ຊ່ວຍໃຫ້ບັນດາປະເທດໃນພາກພື້ນ ລວມມີ: ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ສາມາດມີຄວາມແທດເໝາະ ແລະ ຊອກຫາບັນດາມາດຕະການໃຫ້ແກ່ບັນດາບັນຫາລວມໃນຂົງເຂດຄຸ້ມຄອງແຫຼ່ງນ້ຳ, ສາທາລະນະສຸກ ແລະ ການເຊື່ອມຈອດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຟ້າມກວາງວິງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮັບຮູ້ວ່າ: ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ ແມ່ນຄວາມມານະພະຍາຍາມສຳຄັນໃນການພົວພັນລະຫວ່າງອາເມລິກາ-ອາຊຽນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຈຸດໝາຍຮັກແຄບຊ່ອງວ່າງການພັດທະນາໃນພາກພື້ນ. ທ່ານ Joe Yun ຮັກສາການຜູ້ຊ່ວຍວຽກຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຕີລາຄາວ່າ:
“ມາຮອດປະຈຸບັນ, ປະເທດຕ່າງໆໄດ້ມີການຮ່ວມມືດີທີ່ສຸດໃນຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ. ພວກຂ້າພະເຈົ້າໄດ້ຈັດການປະຊຸມຂອງກຸ່ມປະຕິບັດງານຢູ່ຫຼາຍປະເທດ, ປີກາຍໄດ້ຈັດຂຶ້ນຢູ່ປະເທດລາວ ແລະ ປີນີ້ແມ່ນຢູ່ຫວຽດນາມ. ຂ້າພະເຈົ້າຄິດວ່າ, ປະເທດຕ່າງໆທີ່ກ່ຽວຂ້ອງລ້ວນແຕ່ມີຄວາມສຸດຈິດສຸດໃຈຕໍ່ໂຄງການນີ້“.
Nhat Quynh ນັກຂ່າວ VOV ປະຈຳອາເມລິກາ