ຊຸກຍູ້ການຮ່ວມມືດ້ານ ປ້ອງກັນຊາດ ຫວຽດນາມ-ການາດາ
ທ່ານພົນໂທຫງວຽນຈິວິ້ງ
(ພາບ: TTXVN)
(vovworld)- ວັນທີ 1/11, ທ່ານພົນໂທຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມການາດາ ຢ່າງເປັນທາງການຕາມຄຳເຊີນຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດການາດາ Michael Martin. ໃນໄລຍະຢູ່ຢ້ຽມຢາມການາດາ, ຄະນະໄດ້ເຂົ້າຢ້ຽມຂ່ຳນັບນາຍພົນ Thomas Lawson ເສນາທິານໃຫ່ຍບັນດາກຳລັງປະກອບອາວຸດການາດາ ແລະ ພົບປະເຈລະຈາກັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດການາດາ Michael Martin.
ທີ່ບັນດາການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະສັນໂດຍຖືວ່າ: ການແກ້ໄຂການປະທະກັນ, ພິພາດອະທິປະໄຕຢູ່ບັນດາເຂດທະເລອາຊີ ຕ້ອງຜ່ານມາດຕະການສັນຕິພາບບົນພື້ນຖານປະຕິບັດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ແລະ ບັນດາຖະແຫຼງການຮ່ວມລະຫວ່າງອາຊຽນ-ຈີນ ກໍ່ຄືຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ….ຝ່າຍການາດາ ປາດຖະໜາວ່າ ຫວຽດນາມ ຈະສະໜັບສະໜູນ ແລະ ເປັນຂົວຕໍ່ເພື່ອໃຫ້ການາດາ ເຂົ້າຮ່ວມກົນໄກຮ່ວມມືກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+). ນອກຈາກນັ້ນ, ສອງຝ່າຍຍັງແຈ້ງໃຫ້ກັນຊາບກ່ຽວກັບຄວາມຕ້ອງການ, ຄວາມສາມາດຮ່ວມມືໃນອະນາຄົດອີກດ້ວຍ.