ຊຸກຍູ້ການຮ່ວມມືດ້ານກົດໝາຍແລະຕຸລາການຫວຽດນາມ-ຈີນ

ຊຸກຍູ້ການຮ່ວມມືດ້ານກົດໝາຍແລະຕຸລາການຫວຽດນາມ-ຈີນ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ 2 ຝ່າຍ
(ພາບ: baomoi.com)

(vovworld) - ໂດຍ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ໄດ້​ເຊື້ອ​ເຊີນ​ຄະ​ນະ​ພະ​ນັກ​ງານກ​ະ​ຊວງ​ຍຸ​ຕິ​ທຳ ຈີນ ໂດຍ​ທ່ານ ລູ​ແອງ​ໄກວ, ຫົວ​ໜ້າ​ການ​ເມືອງ​ກະ​ຊວງ​ຍຸ​ຕິ​ທຳ ຈີນ, ເປັນ​ຫົວ​ໜ້າ​ຄະ​ນະ​ມາ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 21 – 24/9/2016. ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ສຳຫຼວດ​ກ່ຽວ​ກັບ​ລະ​ບົບ​ກົດ​ໝາຍ ຫວຽດ​ນາມ, ພິ​ເສ​ດ​ແມ່ນ​ເລື່ອງ​ໂຄ​ສະ​ນາ​ກົດ​ໝາຍ, ​ຄຸ້ມ​ຄອງ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານ​​ຕຸ​ລາ​ການ. ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ກະ​ຊວງ​ຍຸ​ຕິ​ທຳ ຈີນ ໃນ​ຕອນ​ເຊົ້າ​ວັນ​ທ​ີ 22/9, ​ທ່ານ ເລ​ແທ່ງ​ລອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ຢັ້ງ​ຢືນ​ ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ.

        ທ່ານ​ຫົວ​ໜ້າ​ການ​ເມືອງ​ກະ​ຊວງ​ຍຸ​ຕິ​ທຳ ຈີນ ລູ​ແອງ​ໄກວ ຖື​ວ່າ: 2 ປະ​ເທດ​ຄວນ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື, ຕິດ​ພັນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.


ຂ່າວ/ບົດ​ອື່ນ