ຊຸກຍູ້ການຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງ ອີຢິບ ໃຫ້ບັນລຸປະສິດທິຜົນ

(VOVWORLD) - ທີ່ການເຮັດວຽກ, ການນຳ 2 ວິທະຍຸຖືວ່າ ໃນໄລຍະຈະມາເຖິງ, ເພື່ອໃຫ້ບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນກວ່າ
ຊຸກຍູ້ການຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງ ອີຢິບ ໃຫ້ບັນລຸປະສິດທິຜົນ - ảnh 1(ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ແລະ ທ່ານປະທານວິທະຍຸກະຈາຍສຽງແຫ່ງຊາດ ອີຢິບ Mohamed Naurwa)

        ວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງ ກາຍໂຣ, ປະເທດ ອີຢິບ, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ນຳໜ້າ, ໄດ້ມີການເຮັດວຽກກັບທ່ານປະທານວິທະຍຸກະຈາຍສຽງແຫ່ງຊາດ ອີຢິບ Mohamed Naurwa ເພື່ອກວດກາຄືນບັນດາຂໍ້ຕົກລົງຮ່ວມມື, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ວິທະຍຸຈະກາຍສຽງແຫ່ງຊາດເລິກເຊິ່ງຂຶ້ນຕື່ມ.

        ທີ່ການເຮັດວຽກ, ການນຳ 2 ວິທະຍຸຖືວ່າ ໃນໄລຍະຈະມາເຖິງ, ເພື່ອໃຫ້ບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນກວ່າ, 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນນັກຂ່າວ, ຊຸກຍູ້ການຮ່ວມມືບຳລຸງສ້າງວິຊາສະເພາະດ້ານສື່ມວນຊົນ, ແລກປ່ຽນບັນດາລາຍການວັດທະນະທຳ, ດົນຕີ ແລະ ພິເສດ, ເພີ່ມທະວີການເຊື່ອມຕໍ່ບັນດາລາຍການອອກອາກາດສົດ, ໂດຍສະເພາະແມ່ນໃນປີ 2023 ເມື່ອ 2 ປະເທດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1963 – 2023). ຝ່າຍ ອີຢິບ ສະເໜີໃຫ້ VOV ຮ່ວມມື ແລະ ສ້າງບັນດາລາຍການສອນພາສາ ຫວຽດນາມ ໃຫ້ຊາວ ອີຢິບ ເວົ້າສະເພາະ ແລະ ຊາວ ອາຣັບ ເວົ້າລວມ, ຍ້ອນນັບມື້ນັບມີຫຼາຍຄົນຮູ້ຈັກ ແລະ ຮັກຫອມ ຫວຽດນາມ, ຢາກຊອກຮູ້ກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ