ຊຸກຍູ້ການຮ່ວມມືລະຫວ່າງຂະແຫນງກວດສອບຫວຽດນາມແລະລາວພ້ອມກັນພັດທະນາໃນໄລຍະໃຫມ່

ຊຸກຍູ້ການຮ່ວມມືລະຫວ່າງຂະແຫນງກວດສອບຫວຽດນາມແລະລາວພ້ອມກັນພັດທະນາໃນໄລຍະໃຫມ່ - ảnh 1
ການນຳ ລາວ ຕ້ອນຮັບຄະນະ​ຜູ້​ແທນ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ

(vovworld) - ​ວັນ​ທີ 19/2, ຢູ່​ນະຄອນຫລວງ​ວຽງ​ຈັນ, ໃນ​ຂອ​ບ​ເຂດ​ການ​ປະຕິບັດງານ​ຢູ່​ລາວ​ແຕ່​ວັນ​ທີ 18-22/2, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ທ່ານ​ນາງ ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ, ​ໂດຍ​ທ່ານ ຫງວຽນ​ຫື​ວຫວ້ານ, ຫົວຫນ້າ​ອົງການ​ກວດ​ສອບ​ນຳ​ຫນ້າ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ. ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ ລາວ ຕີ​ລາຄາ​ສູງ​ການ​ຫນູນ​ຊ່ວຍ​ຢ່າງ​ແທດ​ຈິງ​ຂອງ​ອົງການ​ກວດ​ສອບ​ຫວຽດນາມ ​ໃຫ້​ແກ່ ລາວ​ໃນ​ຫລາຍ​ດ້ານ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ, ຫນູນ​ຊ່ວຍ​ເຊິ່ງກັນ​ແລະ​ກັນ​​ໃນ​ການ​ບຳລຸງ​ສ້າງ, ອົບຮົມ​ວິຊາ​ສະ​ເພາະ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ອົງການ​ກວດ​ສອບ​ລາວ​ໄປ​ທັດສະນະ​ສຶກສາ​ຢູ່​ຫວຽດນາມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ, ປະກອບສ່ວນ​ຮັດ​ແຫນ້ນ​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ກວດ​ສອບ ​ແລະ ປາດ​ຖະຫນາ​ວ່າ​ ອົງການ​ກວດ​ສອບ​ສອງ​ປະ​ເທດ​ສືບ​ຕໍ່​ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ​ກັນ​ໃນການ​ພົວພັນ​ຫລາຍ​ຝ່າຍ, ​ເຮັດ​​ໃຫ້ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ​ ພົ້ນ​ເດັ່ນ​ກວ່າ​ອີກ​ໃນ​ເວທີ​ສາ​ກົນ.

 

ຂ່າວ/ບົດ​ອື່ນ