ຊຸກຍູ້ການຮ່ວມມືລະຫວ່າງສອງແຂວງ ຮ່ານາມ ແລະ ອຸດົມໄຊ, ລາວ

(VOVWORLD) -        ວັນທີ 21 ພຶດສະພາ, ຄະນະຜູ້ແທນຂັ້ນສູງແຂວງ ອຸດົມໄຊ , ສປປ.ລາວ ໂດຍທ່ານ ຄໍາພັນ ເຜີຍຍະວົງ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຂອງຫວຽດນາມ.
ຊຸກຍູ້ການຮ່ວມມືລະຫວ່າງສອງແຂວງ ຮ່ານາມ ແລະ ອຸດົມໄຊ, ລາວ - ảnh 1 ທ່ານ ຄໍາພັນ ເຜີຍຍະວົງ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ:TTXVN)

        ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແຂວງ ອຸດົມໄຊ ຢູ່ແຂວງຮ່ານາມ ໃນຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງສອງແຂວງເວົ້າສະເພາະ; ພ້ອມທັງແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາພະແນກ, ຂະແໜງການຂອງແຂວງ ອຸດົມໄຊ ຮຽນຮູ້ ແລະ ແລກປ່ຽນປະສົບການໃນການພັດທະນາເສດຖະກິດ-ສັງຄົມ. ທາງແຂວງ ອຸດົມໄຊ ປາດຖະໜາວ່າ ແຂວງ ຮ່ານາມ ຈະເພີ່ມທະວີການພົບປະແລກປ່ຽນ ແລະ ຮ່ວມມືໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແນະນໍາບັນດານັກລົງທຶນຂອງແຂວງໄປລົງທຶນຢູ່ແຂວງອຸດົມໄຊ, ພິເສດແມ່ນຂົງເຂດປູກຝັງ, ລ້ຽງສັດ; ເພີ່ມທະວີການຮ່ວມມືພັດທະນາການທ່ອງທ່ຽວ...


ຕອບກັບ

ຂ່າວ/ບົດ​ອື່ນ