ຊຸກຍູ້ການຮ່ວມມືເສດຖະກິດ ອາຊຽນ - ອິນເດຍ

(VOVWORLD) -ກອງປະຊຸມໄດ້ຢືນຢັນຄືນໃໝ່ການປະຕິບັດບັນດາການກະທຳລວມ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ເສດຖະກິດ ແລະ ມຸ່ງໄປເຖິງການຟື້ນຟູແບບຍືນຍົງ
ຊຸກຍູ້ການຮ່ວມມືເສດຖະກິດ ອາຊຽນ - ອິນເດຍ - ảnh 1ທ່ານລັດຖະມົນຕີກະຊວງການຄ້າ ກຳປູເຈຍ Pan Sorasak
(ພາບ: TTXVN)

        ວັນທີ 16 ກັນຍາ, ອາຊຽນ ແລະ ອິນເດຍ ໄດ້ຈັດກອງປະຊຸມປະກອບຄຳເຫັນກ່ຽວກັບການຮ່ວມມືເສດຖະກິດຄັ້ງທີ 19 ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງການຄ້າ ກຳປູເຈຍ Pan Sorasak ແລະ ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ອິນເດຍ Anupriya Patel. ກອງປະຊຸມໄດ້ຢືນຢັນຄືນໃໝ່ການປະຕິບັດບັນດາການກະທຳລວມ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ເສດຖະກິດ ແລະ ມຸ່ງໄປເຖິງການຟື້ນຟູແບບຍືນຍົງ, ພ້ອມທັງຕັດສິນໃຈຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ການເງິນ ກໍຄືຮັກສາລະບົບເຊື່ອມຕໍ່ສະໜອງ. ກອງປະຊຸມໄດ້ຊົມເຊີຍ ອາຊຽນ ແລະ ອິນເດຍ ທີ່ໄດ້ສ້າງການກະທຳລວມ ແນໃສ່ຮັບປະກັນການເຊື່ອມຕໍ່ລະບົບສະໜອງຢ່າງແຮງ ເພື່ອຮັກສາແຫຼ່ງສະໜອງຂອງສິນຄ້າ ແລະ ການບໍລິການທີ່ຈຳເປັນ ຜ່ານການເລື່ອງເລີ່ມການເຈລະຈາຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ - ອິນເດຍ (AITIGA), ຮັບຮູ້ໃບຢັ້ງຢືນການສັກວັກຊິນກັນໂຄວິດ-19 ຂອງກັນ ແລະ ບັນດາເຕັກໂນໂລຊີດ້ານການແພດ, ກ້າວໄປເຖິງການຮັບມືກັບການຟື້ນຟູພາຍຫຼັງໂລກລະບາດ ແລະ ປະເຊີນໜ້າກັບວິກິດການດ້ານການແພດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ