ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງ ຫວຽດນາມ ແລະ ອີຢິບ

(VOVWORLD) - ວັນທີ 26 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ກາລະໂອກາດຊຸກຍູ້ການຮ່ວມມືເສດຖະກິດ, ການລົງທຶນ ແລະ ພັດທະນາລະຫວ່າງ ຫວຽດນາມ ແລະ ອີຢິບ”. ເຫດການດັ່ງກ່າວ ຖືກດຳເນີນຢູ່ນະຄອນທ່ອງທ່ຽວທະເລ Sharm El Sheikh, ອີຢິບ. 
ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງ ຫວຽດນາມ ແລະ ອີຢິບ - ảnh 1 ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ກາລະໂອກາດຊຸກຍູ້ການຮ່ວມມືເສດຖະກິດ, ການລົງທຶນ ແລະ ພັດທະນາລະຫວ່າງ ຫວຽດນາມ ແລະ ອີຢິບ” (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ເຈິ່ນແທ່ງກົງ ເນັ້ນໜັກວ່າ: ໜ້າທີ່ຂອງກອງປະຊຸມສຳມະນາແມ່ນແນະນຳ, ໂຄສະນາພາບພົດ, ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ມາໃຫ້ເພື່ອນມິດ ອີຢິບ ເພື່ອປະກອບສ່ວນເພີ່ມຈຳນວນແຂກທ່ອງທ່ຽວ ອີຢິບ ໄປທ່ຽວ ຫວຽດນາມ ໃຫ້ຫລາຍກ່ວາ. ໃນຂອບເຂດກອງປະຊຸມສຳມະນາ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ອີຢິບ ກໍ່ສະເໜີບົດລາຍງານກ່ຽວກັບການເຄື່ອນໄຫວຮ່ວມມືເສດຖະກິດ, ການຄ້າລະຫວ່າງ 2 ປະເທດ, ສາຍຮູບເງົາເອກະສານແນະນຳກ່ຽວກັບທັດສະນີຍະພາບ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ທີ່ກອງປະຊຸມສຳມະນາຍັງເປີດການວາງສະແດງຮູບຖ່າຍ, ວັດຖຸພັນຫລາຍຢ່າງ, ປຶ້ມ, ໜັງສືພິມ ແລະ ສິ່ງພິມກ່ຽວກັບທ່ອງທ່ຽວ, ບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳພື້ນເມືອງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ