ຊຸກຍູ້ແລະເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃຫ້ເລິກເຊິ່ງກວ່າ

ຊຸກຍູ້ແລະເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃຫ້ເລິກເຊິ່ງກວ່າ - ảnh 1
(ການ​ເຈ​ລະ​ຈາລະ​ຫວ່າງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ 2 ທ່ານ)

(vovworld) - ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ​່ຕູ ຊຶ່ງໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ, ຖືກ​ດຳ​ເນີນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 06/03 ຢູ່​ຮ່າ​ໂນ້ຍ. ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ​່ຕູ. ທີ່​ການ​ເຈ​ລະ​ຈາ, ເພື່ອ​ເພີ່ມ​ທະ​ວີ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ, ປະ​ທານ​ສະ​ພາ​ແຫ່ງ​ຊາດ 2 ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ສົ​ມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ຖະ​ແຫຼງ​ການ​ຮ່ວມ​ ​ຫວຽດ​ນາມ - ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ທີ່​ການ​ພົບ​ປະ​ຂັ້ນ​ສູງ​ປະ​ຈຳ​ປີ​ລະ​ຫວ່າງ 2 ກົມ​ການ​ເມືອງ, ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ… 2 ຝ່າຍ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽ​ນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ເປັນ​ປະ​ຈຳ ແລະ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ມາ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ​ 2 ປະ​ເທດ…

ພາຍ​ຫຼັງ​ການ​ເຈ​ລະ​ຈາ, ປະ​ທານ​ສະ​ພາ​ແຫ່ງ​ຊາດ 2 ທ່ານ ພ້ອມ​ກັນ​ດຳ​ເນີນ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ລາວ. ປະ​ທານ​ສະ​ພາ​ແຫ່ງ​ຊາດ 2 ທ່ານກໍ່​ໄດ​້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາ​ມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ລາວ.


ຊຸກຍູ້ແລະເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃຫ້ເລິກເຊິ່ງກວ່າ - ảnh 2
(ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຕ້ອນ​ຮັບ
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ​່ຕູ)


ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 06/03, ທີ່​ການ​ຕ້ອນ​ຮັບທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ​່ຕູ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຖື​ວ່າ, ການ​ຢ້ຽມ​ຢາມ​ແມ່ນ​ເຫດ​ການ​ການ​ເມືອງ​ພິ​ເສດ ມີ​ຄວາມ​ໝາຍ​ສຳ​ຄັນ ສ້າງ​ກຳ​ລັງ​ໜູນ​ໃໝ່​ເພື່ອ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ ເລິກ​ເຊິ່ງກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່​ໍ​ສະ​ເໜີ​ໃຫ້ 2 ຝ່າ​ຍ​ສືບ​ຕໍ່​ນຳ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ເຂົ້າ​ສູ່​ລວງ​ເລິກ; ເປີດກວ້າງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ການ​ສຶກ​ສາ - ບ​ຳ​ລຸງ​ສ້າງ… ຢ່າງບໍ່​ຢຸ​ດ​ຢັ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ ຢາກ​ໃຫ້ 2 ຝ່າຍ​ແລກ​ປ່ຽນ​ຂໍ້​ມູນ​​ຂ່າວ​ສານເປັນ​ປະ​ຈຳ, ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ເວ​ທີ​ສາ​ກົນ, ພາກ​ພື້ນກໍ່​ຄື​ບັນ​ດາ​ກົນ​ໄກ​ອະ​ນຸ​ພາກ​ພື້ນ; ເຮັດ​ໃຫ້​ວິ​ວັດ​ທະ​ນາ​ການ​ຮ່ວມ​ມື, ຮ່ວມ​ສຳ​ພັນ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ ເລິກ​ເຊິ່ງກວ່າ ແລະ ຮັກ​ສາ​ສຽງ​ເວົ້າ​ລວ​ມ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

        ສ່ວນ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້ ປາດ​ຖະ​ໜາ​ວ່າ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ 2 ລັດ​ຖະ​ບານ ຈະ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ ເພື່ອ​ຍົກ​ສູງວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ​ຊົມ​ເຊີຍ​ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ພາບ​ເຫດ​ການ​ການ​ຕ່າງ​ປະ​ເທດ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ APEC 2017, ​ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້ ເຊື່ອ​ໝັ້ນ​ວ່າ ດ້ວ​ຍ​ບັນ​ດາ​ບົດ​ຮຽນ​ທີ່​ມີ​ຢູ່​ແລ້ວ, ຫວຽດ​ນາມ ຈະ​ຈັດ​ຕັ້ງ​ເຫດ​ການ​ການ​ຕ່າງ​ປະ​ເທດ​ພິ​ເສດນີ້​ສຳ​ເລັດ​ຜົນ.

ຊຸກຍູ້ແລະເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃຫ້ເລິກເຊິ່ງກວ່າ - ảnh 3
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້)


​ແລະຕອນ​ບ່າຍ​ວັນ​ທີ 06/03, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ວ່າ, ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ຄວນ​ສືບ​ຕໍ່​ສົມ​ທົບ​ກັນ​ຕິດ​ຕາມ, ກະ​ຕຸກ​ຊຸກ​ຍູ້​ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​ຮ່ວມ​ມື ແລະ ຂໍ້​ຕົ​ກ​ລົງ​ຂັ້ນ​ສ​ູງ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ, ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ສົມ​ທົບ​ກັນ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ມີ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ລາວ ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້ ຢືນ​ຢັນ​ວ່າ, ​ໃນຖາ​ນະ​ຕຳ​ແໜ່ງ​ຂອງ​ຕົນ ຈະ​ສືບ​ຕໍ່​ຈະ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມືລະ​ຫວ່າງ 2 ລັດ​ຖະ​ບານ ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ