ຊຸມວັນວັນນະຄະດີເອີລົບຄັ້ງທີ4

ຊຸມວັນວັນນະຄະດີເອີລົບຄັ້ງທີ4 - ảnh 1
ພາບປະກອບ

(vovworld) – ​​ໃນ​ຂອບ​ເຂດ “ຊຸມ​ວັນ​ເອີ​ລົບ 2014”, ​ເຫດການ “ຊຸມ​ວັນ​ວັນນະຄະດີ ​ເອີ​ລົບ ຄັ້ງ​ທີ 4” ຈະ​ຖືກ​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ​ແຕ່​ວັນ​ທີ 22 – 26/5. ລາຍການ​ໂດຍ​ສະຫະ​ສະມາຄົມ​ບັນດາ​ສະ​ຖາ​ບັນ​ວັດທະນະທຳ ​ແລະ ສະຖານທູດ ​ເອີ​ລົບ (EUNIC) ຈັດ​ຕັ້ງ. ຫົວ​ຂໍ້​ຈຸດ​ສຸມ​ຂອງ​ “ຊຸມ​ວັນ​ວັນນະຄະດີ ​ເອີ​ລົບ ຄັ້ງ​ທີ 4” ຢູ່ ຮ່າ​ໂນ້ຍ ​ແມ່ນ​ການ​ພົບ​ປະ​ແລກປ່ຽນ,  ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ບັນດາ​ບົດ​ປະພັນ​ໂດຍ​ແມ່ຍິງ​ຂຽນ ​ແລະ ຂຽນ​ກ່ຽວ​ກັບ​ແມ່ຍິງ. ນັ້​ນ​ແມ່ນ​ນັກ​ປະພັນ​ຍິງ ​ເຢຍລະ​ມັນ ທ່ານ​ນາງ Katharina Hagena ດ້ວຍ​ບົດ​ນະວະນິຍາຍ “ລົດ​ຊາດ​​ແກ່ນ​ໝາກ​ທັນ” ​ເຊິ່ງ​ໄດ້​ຂຽນ​ກ່ຽວ​ກັບ​ແມ່ຍິງ 3 ລຸ້ນຄົນ​ໃນ​ຄອບຄົວ​ດຽວ​ກັນ, “​ໂຮງຮຽນ​ໃຫ​້​ແກ່​ຜູ້​ເປັນ​ເມຍ” ຂອງ​ນັກ​ປະພັນ​ ​ໂປ​ໂລ​ຍ Magdalena Witkiewicz ທີ່​ເຄີຍ​ໄດ້​ຮັບ​ການ​​ແນະນຳ​ຢູ່ ຫວຽດນາມ ກໍ່​ມີໜ້າ​​ໃນ​ໂອກາດ​ນີ້. ນອກຈາກ​ນັ້ນ​ຍັງ​ມີ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ຮັກ​​ແບບ​ເພີດ​ເພີ​ນຂອງ​ນັກ​ປະພັນ​ຍິງ ຊາວ ​ຊູ​ແອດ Katarina Mazetti.​.​.​. ລາຍການ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຄົ້ນ​ຄ້ວາ​ ​ເລ​ຮົ່ງ​ເຊີມ, ນັກປະພັນ​ວັນນະຄະດີ ​​ໄມ​ຮົ່ງ.​.​.​.​

ຂ່າວ/ບົດ​ອື່ນ