ຊີຣີ ກ່າວປະນາມບັນດາ ມາດຕະການລົງໂທດຂອງ EU ແມ່ນກໍ່ການຮ້າຍດ້ານເສດຖະກິດ

ຊີຣີ ກ່າວປະນາມບັນດາ ມາດຕະການລົງໂທດຂອງ EU ແມ່ນກໍ່ການຮ້າຍດ້ານເສດຖະກິດ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 19/5, ຊີຣີ​ໄດ້​ຖື​ວ່າ, ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ EU ​​ເຊິ່ງຈັດ​ວາງ​ໃຫ້​ແກ່​ປະ​ເທດ​ນີ້​ໃນ​ຊຸມ​ປີ​ທີ​ຜ່ານ​ມາ​ແມ່ນ “ ລັດທິກໍ່​ການ​ຮ້າຍ​ດ້ານ​ເສດຖະກິ​ດ” ຕ້ານ​ປະຊາຊົນ​ຊີຣີ. ​ໃນ​ບົດ​ລາຍ​ງານ​ສົ່ງ​ເຖິງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ແລະ ທ່ານ​​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon, ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ​ໄດ້​ຊີ້​ແຈ້ງ​ຫຼັກ​ໝັ້ນ​ຂອງ​ບັນດາ​ປະ​ເທດ​ຈັດ​ວາງການ​ລົງ​ໂທດ​ແມ່ນປອມ​​ແປງ ເພາະ​ເຂົາ​ເຈົ້າ​ສວຍ​ໃຊ້​ບັນຫາ​ສິດທິ​ມະນຸດ​​ເພື່ອ​​ແຊກ​​ແຊງ​ເຂົ້າ​ວຽກງານ​ພາຍ​ໃນຂອງ​ປະ​ເທດ​ອື່ນ ​ແລະ ໜີບ​ຮັດ​ບັນດາ​ປະ​ເທດ​ນີ້. ບົດ​ລາຍ​ງານ​ຍັງ​ຖື​ວ່າ, ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ​ໄດ້ຍຸຍົງ​ສົ່ງ​ເສີມ​ຄວາມ​ມານະ​ພະຍາຍາມ​ຈັດ​ວາງ​ການ​ລົງ​ໂທດ​ລວມໝູ່​​ແນ​ໃສ່​ປະຊາຊົນ​ຊີຣີ ດ້ວຍ​ການວາງ​ລະ​ເບີດ ​ແລະ ຈີ້ລົດ​ຂົນສົ່ງ​ນ້ຳມັນ, ກໍ​ຄື​ນຳ​ໃຊ້​ລະ​ເບີດ​​ນ້ຳມັນ​ທີ່​ຜະລິດຢູ່​ພາຍ​ໃນ​ປະ​ເທດ​ເພື່ອ​ເຂັ່ມຂ້າສາມັນ​ຊົນ​ຊີ​ຣີ.

ຂ່າວ/ບົດ​ອື່ນ