ຊີຣີ ບໍ່ນຳໃຊ້ອາວຸດເຄມີເພື່ອຕ້ານ ສາມັນຊົນ

ຊີຣີ ບໍ່ນຳໃຊ້ອາວຸດເຄມີເພື່ອຕ້ານ ສາມັນຊົນ - ảnh 1
ອາວຸດ​ເຄມີ
( ພາບຈາກອີນເຕີແນດ )


( vovworld ) -    ວັນ​ທີ 23/7, ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​​ເຊິ່ງສະຫະພັນ Arab ຍົກ​ອອກ​ມາຢ່າງ​ເປັນ​ທາງ​ການ, ​ໃນ​ນັ້ນ​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad ຕ້ອງ​ປະລະ​ສິດ​ອຳນາດ, ພ້​ອມກັນ​ນັ້ນ​ຢືນຢັນ​ວ່າ ກອງທັບ​ປະ​ເທດ​ນີ້​ບໍ່​ນຳ​ໃຊ້ອາວຸດ​ເຄມີ​ເພື່ອ​ຕ້ານ​ສາມັນ​ຊົນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ Damascus, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ທ່ານ Jihad Makdissi ​ໃຫ້​ຮູ້​ວ່າ ຊີ​ຣີ ​ເສຍ​ໃຈ​ຕໍ່ກັບ​ເລື່ອງ​ຖຶກ​ສະຫະພັນ Arab ຕັດ​ການ​ພົວພັນ​ທາງ​ການ​ທູດ ​ແລະ ຖ້າ​ຫາກ​ບັນດາ​ປະ​ເທດ Arab ຢາກ​ຢຸດຕິ​ການນອງ​ເລືອດຢູ່​ຊີຣີ, ກ່ອນ​ອື່ນ​ໝົດ​ບັນດາ​ປະ​ເທດ​ນີ້​ຕ້ອງ​ຢຸດ​ການ​ສະໜອງ​ອາວຸດ, ຢຸດ​ການ​​ໂຄສະ​ນາຕ້າ​ນລັດ​ຊີຣີ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ​ໄດ້​ຢືນຢັນ​ວ່າ ປະ​ເທດ​ນີ້​ຈະ​ບໍ່​ນຳ​ໃຊ້​ວາ​ວຸດ​ເຄມີ ​ແລະ ບັນດາ​ອາວຸດ​ທີ່​ໄປ​ຝືນ​ກັບ​ສົນທິສັນຍາ​ເມື່ອ​ຕ້ານສາມັນ​ຊົນ​ເວັ້ນ​ເສຍ​ແຕ່ຖືກ​ປະ​ເທດ​ອື່ນ​ບຸກ​ໂຈມ​ຕີ. ອີຣັກ ກໍ​ອອກສຽງ​ຄັດ​ຄ້ານ​ຂໍ້​ສະ​ເໜີ​ຂອງ​ສະຫະພັນ Arab ​ແລະ ​ຖື​ວ່າ ຂໍ້ຕົກລົງ​ກ່ຽວ​ກັບຊາຕາກຳປະ​ເທດ​ຊີຣີ ​ຕ້ອງ​ແມ່ນ​ປະຊາຊົນ​ຊີຣີ ຍົກ​ອອກ​ມາ.

ຂ່າວ/ບົດ​ອື່ນ