ຊີຣີ: ປະກອບອາວຸດໃຫ້ຝ່າຍ ຄ້ານຊີຣີ ຈະແກ່ຍາວການປະທະກັນ

ຊີຣີ: ປະກອບອາວຸດໃຫ້ຝ່າຍ ຄ້ານຊີຣີ ຈະແກ່ຍາວການປະທະກັນ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ Walid Muallem
(ພາບ: Press TV)

(vovworld) – ວັນ​ທີ 24/6, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ຊີຣີ Bashar al Assad ​ໄດ້​ຮັບ​ຮູ້​ເລື່ອງ​ປະກອບ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີ​ຣີ ຈະ​​ເຮັດ​ໃຫ້ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ກ່ວາ 2 ປີຜ່ານມາ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ຮ້າຍ​ແຮງ​ກ່ວາອີກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ ດາ​ມາ​ກຸດ ພາຍຫຼັງ​ກ​ອງປະຊຸມ “ບັນດາ​ເພື່ອນ​ມິ​ດຂອງ ຊີຣີ” ​ໄດ້​ຕົກລົງ​ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ Walid Muallem ຖື​ວ່າ: ​ເລື່ອງ​ປະກອບ​ອາວຸດ​ໃຫ້​ແກ່​ຝ່າຍ​ຄ້ານ ຊີຣີ ຈະ​ກີດຂວາງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ ຊີຣີ ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ. ການ​ກະທຳ​ນີ້​ຈະ​ແກ່ຍາວ​ການ​ປະ​ທະ​ກັນ ​ແລະ ຈະ​ຊຸກຍູ້​​ພວກ​ກໍ່​ການ​ຮ້າຍ​ກໍ່​ໂທ​ດກຳ​ຫຼາຍ​ກ່ວາ​ອີກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Muallem ກໍ່​ຖະ​ແຫຼ​ງວ່າ: ລັດຖະບານ ຊີຣີ ຈະ​ບໍ່​ມອບ​ໂອນ​ສິດ​ອຳນາດ​ໃຫ້​​ແກ່​ຝ່າຍ​ຄ້ານ​ຢູ່​ກອງ​ປະຊຸມ​ສາກົນ ​ເຊີ​ແນວ. ທ່ານ​ກໍ່ຢັ້ງຢືນວ່າ: ປະທານາທິບໍດີ Bashar al Assad ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ຄຳ​ຮຽກຮ້ອງ​ດັ່ງກ່າວ​ຂອງ​ຝ່າຍ​ຄ້ານ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດ.

ຂ່າວ/ບົດ​ອື່ນ