ຊີຣີ ຮຽກຮ້ອງໃຫ້ສະຫະປະຊາຊາດ ສືບສວນການນຳໃຊ້ອາວຸດເຄມີ

ຊີຣີ ຮຽກຮ້ອງໃຫ້ສະຫະປະຊາຊາດ ສືບສວນການນຳໃຊ້ອາວຸດເຄມີ - ảnh 1
ເດັກຍິງຜູ້ໜຶ່ງຖືດບາດເຈັບ, ສົງໃສໂດຍອາວຸດເຄມີກໍ່ຂຶ້ນ
(ພາບ: Reuters)

(vovworld) – ວັນ​ທີ 20/3, ທ່ານ Bashar Ja afari, ​ເອກ​ອັກຄະ​ລັດຖະທູດ ຊີຣີ ປະຈຳ ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ປະ​ເທ​ດນີ້ ​ໄດ້​ສະ​ເໜີ​ໃຫ້​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon ​ເປີດ​ການ​ສືບສວນ​ເອກະລາດ​ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ສົງ​ໄສວ່າ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ ຢູ່​ໃກ້​ກັບ​ນະ​ຄອນ Aleppo, ທາງ​ພາກ​ເໜືອ ຊີຣີ. ທ່ານ Ja afari ຊີ້​ແຈ້ງວ່າ​: ລັດຖະບານ ຊີຣີ ​ໄດ້​ສະ​ເໜີ​ໃຫ້ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ສ້າງ​ຕັ້ງ​ກຸ່ມ​ນັກສະ​ເພາະ​ກິດ, ​ເຄື່ອນ​ໄຫວ​ເອກະລາດ ​ແລະ ມີ​ລັກສະນະ​​ເປັນ​ຄົນ​ກາງ ​ເພື່ອ​ແນ​ໃສ່​ສືບສວນ​ເລື່ອງ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່ ຊີຣີ ນຳ​ໃຊ້​ອາວຸດ​ເຄມີ​ຕ້ານ​ສາມັນ​ຊົນ ຊີຣີ ​ເມື່ອ​ວັນ​ທີ 19/3. ປະຈຸ​ບັນ, ລັດຖະບານ​ຊີຣີ ​ແລະ ບັນດາ​ທະຫານ​ແຕກ​ທັບ​ພວມ​ກ່າວ​ຫາກັນ ທີ່​ກໍ່​ໃຫ້​ເກີດ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລ​ືອດດ້ວຍ​ອາວຸດ ​ເຄມີ ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ ຖື​ວ່າ​: ບໍ່​ມີ​ພະຍານ​ຫຼັກ​ຖານ​​​ໃດ​ສະ​ແດງໃຫ້​ເຫັນວ່າ​ມີ​ອາວຸດ ​ເຄມີ ​ໃນ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ. ຖ້າ​ຫາກ​ໄດ້​ກຳນົດ​ວ່າ​ມີ​ການ​ໃຊ້​ອາວຸດ​ເຄມີ, ນີ້​ຈະ​​ເປ​ັນຄັ້ງ​ທຳ​ອິດທີ່​ອາວຸດ​ເຄມີ ​ໄດ້​ນຳ​ໃຊ້​ໃນ​ການ​ປະ​ທະ​ກັນ​ເຊິ່ງ​ແກ່ຍາວ​ໃນ​ເວລາ 2 ປີຜ່ານ​ມາຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້.

ຂ່າວ/ບົດ​ອື່ນ