ຊີຣີ ເພີ່ມທະວີການປະທະກັນ ໂດຍບໍ່ຫົວຊາຕໍ່ແຜນການສັນຕິພາບ

ຊີຣີ ເພີ່ມທະວີການປະທະກັນ ໂດຍບໍ່ຫົວຊາຕໍ່ແຜນການສັນຕິພາບ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ລັດຖະບານ​ຢູ່ ຊີຣີ

(ພາບ:cand.com.vn)

( vovworld ) – ວັນ​ທີ 10/4​​​​, ສ່ວນໜື່ງຂອງແຜນການຢຸດ​ຍິງ ​ໂດຍ​ທ່ານ Kofi Annan ທູດ​ພິ​ເສດ​ຂອງ​ສະຫະ​ຫະຊາ​ຊາດ ​ແລະ ສະຫະພັນ​ອາ​ຮັບ​ ຍົກ​ອອກ​ມາ​​ໄດ້​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ຕາມ​ນັ້ນ​ແລ້ວ, ກອງທັບ​ຂອງ​ລັດຖະບານ​ຊີຣີ ຈະ​ຖອນ​ທະຫານ​ອອກ​ຈາກ​ນະຄອນ​ຕ່າງໆ​ນັບ​ແຕ່​ວັນ​ທີ 10/4 ຊື່​ງສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ແລະ ຫຼັງ​ຈາກ​ນັ້ນ 48 ຊົ່ວ​ໂມງ ຄຳ​ສັ່ງ​ຢຸດ​ຍິງ​ຈະ​ມີ​ຜົນ​ສັກສິດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ປະ​ທະ​ກັນ​ຢູ່​ຊີຣີ ​ໃນ​ຮອບ​ເວລາ 24 ຊົ່ວ​ໂມງ​ຜ່ານ​ມາ​ຍັງ​ປີ້ນ​ຂັ້ນ​ໃດ​ຢ່າງ​ບໍ່​ຢຸດ​ຢັ້ງ. ວັນ​ທີ 9/4, ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສຸດ 2 ຄົນ ​ແລະ​ ອີກ 15 ຄົນ​ຖືກ​ບາດ​ເຈັບ ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ທະຫານ​ຂອງ​ລັດຖະບານ​ຊີຣີ ​ແລະ ບັນດາ​ມື​ປືນ​ຂອງ​ຝ່າຍ​ຄ້ານ. ຫາງ​ສຽງ​ສາກົນ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ​ແຜນການ​ສັນຕິພາບ​ຂອງ​ທ່ານ Kofi Annan ມີ​ໄພ​ຈະ​ຖືກປະລາ​ໄຊ.

   ວັນ​ທີ 10/4, ທ່ານ Kofi Annan ​ໄດ້​ໄປ​ຢ້ຽມຢາມ​ຄ້າຍ​ລົບ​ໄພ 8 ​ແຫ່ງ​ຂອງ​ຊາວ​ຊີຣີ ຢູ່ 2 ​ແຂວງ​ຊາຍ​ແດນ​ທາງ​ທິດ​ໃຕ້ປະ​ເທດ​ຕວກກີ. ມາ​ຮອດ​ປະຈຸ​ບັນ, ຕວກກີ​ ໄດ້​ຮັບ​ຊາວ​ຊີຣີ ກ່ວາ 16.000 ຄົນ​ແລ້ວ ​ແລະ ​ໄດ້​ຈັດ​ສັນ​ບ່ອນຢູ່​ອາ​ໄສ ກໍ​ຄື​ສະໜອງ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ຊາວ​ລົບ​ໄພ​ຊີຣີ. ນັບ​ແຕ່​ເກີດ​ການ​ຈະລາຈົນ​ຢູ່​ຊີຣີ, ປະຊາຊົນ​ຊີຣີ ກ່ວາ 39.000 ຄົນ ​ໄດ້​ຂ້າມ​ຜ່ານ​ເຂດ​ຊາຍ​ແດນ ຂໍ​​ໄປ​ລົບ​ໄພ​ຢູ່​ຕວກກີ ​ແລ້ວ.

 

 

 

 

ຂ່າວ/ບົດ​ອື່ນ