ຊອກໄດ້ 1 ໃນຈຳນວນ 2 ກັບດຳຂອງເຮືອບິນ AirAsia

ຊອກໄດ້ 1 ໃນຈຳນວນ 2 ກັບດຳຂອງເຮືອບິນ AirAsia - ảnh 1
(ພາບປະກອບ: vietnamnet.vn)

(vovworld) – ວັນ​ທີ 12/01, ຜູ​້ອຳນວຍ​ການ​ອົງການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ Bambang Soelistyo ​ໃຫ້​ຮູ້​ວ່າ, ນັກ​ດຳ​ນ້ຳ​​ຊອກ​ໄດ້ 1 ​ໃນ​ຈຳນວນ 2 ກັບ​ດຳຂອງ​ເຮືອບິນໝາຍ​ເລກ QZ 8501 ຂອງ​ບໍລິສັດ​ການບິນ AirAsia ທີ່ຕົກ​ຢູ່​ເຂດ​ທະ​ເລ Java ​​ເມື່ອ​ວັນ​ທີ 28/12. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Bambang Soelistyo ​ໄດ້​ຄັດ​​ແຈ້ງ​ຂ່າວ​ທາງ​ການ​ຈາກ​ຄະນະ​ກຳມະການ​ປອດ​ໄພ​ທາງ​ຄົ​ມ​ມະ​ນາ​ຄົມ​​ແຫ່ງ​ຊາດ ກ່ຽວ​ກັບ​ສິ່ງ​ດັ່ງກ່າວ ​ແລະ ​ໃຫ້​ຮູ້​ວ່າ, ໜ່ວຍກູ້​ໄພ​ກູ້​ຊີບພວມ​ມານະ​ພະຍາຍາມ​ຊອກ​ຫາ​ກັບ​ດຳ​​ທີ່​ຍັງ​ເຫຼືອ​ຂອງ​ເຮືອ​ບິນ​ດັ່ງກ່າວ. ມາ​ຮອດ​ປະຈຸ​ບັນ, ຊາກ​ສົບ 48 ຄົນ​ໃນ​ຈຳນວນ 162 ຄົນ​ໄດ້ນຳ​ເຂົ້າ​ຝັ່ງ​ແລ້ວ.

ຂ່າວ/ບົດ​ອື່ນ