ຊາວ ຂະແມ ຕ້ອນຮັບບຸນປີໃໝ່ Chol Chnam Thmay

ຊາວ ຂະແມ ຕ້ອນຮັບບຸນປີໃໝ່ Chol Chnam Thmay - ảnh 1
ການຈັດພາເຂົ້າໃນບຸນປີໃໝ່ຂອງຊາວ ຂະແມ
(ພາບປະກອບ)

(vovworld) - ​​ໃນ​ລະຫວ່າງວັນທີ 14 – 16/4, ຊາວ ຂະ​ແມ ຢູ່​ແຂວງ ອານ​ຢາງ ຄຳນັບ​ຮັບ​ຕ້ອນ​ບຸນປີ​ໃໝ່ Chol Chnam Thmay ​ໃນ​ຄວາມ​ເບີກບານ​ມ່ວນ​ຊື່ນ. ດ້ວຍ​ມູນ​ເຊື້ອ​ສາມັກຄີ ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ໃນ​ການ​ນ​ຳນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ ​ແລະ ລັດ ກ້າວ​ເຂົ້າ​ສູ່​ຊີວິດ.​.​.​ ​ແຕ່ລະ​ປີ, ​ເມື່ອ​ຮອດ​ບຸນປີ​ໃໝ່, ຊາວ ຂະ​ແມ ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​​ຫຼາຍ​ຢ່າງ. ທ່ານ ​ເຈົາ​ແຈງ, ຊາວ​ຂະ​ແມ​ ຄົນ​ໜຶ່ງ​ຢູ່​ຕາ​ແສງ ​ເຈົາລັງ, ​ເມືອງ ຈີ​ຕົນ, ​ແບ່ງປັນ​ວ່າ:

“ຄວາມ​ມ່ວນ​ຊື່ນ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ແມ່ນ​ໄດ້ຕ້ອຍ​ຮັບປີ​ໃໝ່​ດ້ວຍ​ຄວາມ​ອີ່ມ​ໜຳ​ສຳ​ລານ ​ແລະ ​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ. ນີ້​ແມ່ນ​ຄວາມ​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ​ຂອງ​ຊາວ ຂະ​ແມ”

        ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay ປີ​ນີ້​​ເມືອງ ຈີ​ຕົນ​ ​ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຊາວ​ເຜົ່າ ຂະ​ແມ ​ແຂວງ ອານ​ຢາງ ຄັ້ງ​ທີ 9 ປີ 2013. ທ່ານ ​ໂດ໊ມິນ​ຈີ໋, ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ແຂວງ ຈີ​ຕົນ ຖື​ວ່າ:

        “ປີ​ນີ້, ວັນ​ບຸ​ນວັດທະນະທຳ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນກົງ​ກັບ​ໂອກາດ​ບຸນປີ​ໃໝ່​ຂອງ ຊາວ ຂະ​ແມ. ດັ່ງ​ນັ້ນ, ປະຊາຊົນ​ຕ້ອນຮັບ​ບຸນປີ​ໃໝ່​ ​ແລະ ວັນ​ບຸນໃນ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ. ​ໃກ້​ຈະ​ຕ້ອນຮັບບຸນປີ​ໃໝ່, ປະຊາຊົນ​​ໄດ້ມີ​ລາຍ​ຮັບ​ສູງ​ຈາກ​ການ​ເກັບ​ກ່ຽວ ດັ່ງ​ນັ້ນ ຊີວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ຕ້ອນຮັບ​ບຸນປີ​ໃໝ່​ໃນ​ຄວາມ​ເບີກບານ​ມ່ວນ​ຊື່​ນກ່ວາ.”

 

 

ຂ່າວ/ບົດ​ອື່ນ