ຊາວ ຝຣັ່ງ ນັບຫລາຍພັນຄົນໄປໄຫວ້ອາໄລອະດີດປະທານາທິບໍດີ Jacques Chirac

(VOVWORLD) - ວັນທີ 29 ກັນຍາ, ຝຣັ່ງ ໄດ້ຈັດຕັ້ງພິທີໄຫວ້ອາໄລຮ່ວມ ເພື່ອໃຫ້ຊາວ ຝຣັ່ງ ທັງໝົດທີ່ມີຄວາມຮັກແພງກັນອະດີດປະທານາທິບໍດີ Jacquesc Chirac ສາມາດມາໄຫວ້ອາໄລ ພາຍຫລັງທີ່ທ່ານເຖິງແກ່ມໍລະນະກຳໃນວັນທີ 26 ກັນຍາ. 

ຊາວ ຝຣັ່ງ ນັບຫລາຍພັນຄົນໄດ້ມາຢືນລຽນແຖວຕໍ່ໜ້າວັງ Invalides, ສະຖານທີ່ວາງໂລງສົບທ່ານ Jacquesc Chirac ເພື່ອເຂົ້າຮ່ວມພິທີໄຫວ້ອາໄລ. ສຳລັບເຂົາເຈົ້າແລ້ວ, ທ່ານ Jacquesc Chirac ແມ່ນບຸກຄົນທີ່ມີບຸກຄະລິກກະພາບອັນຍິ່ງໃຫຍ່, ເປັນການນຳທີ່ໃກ້ຊິດກັບປະຊາຊົນ.

ຊາວ ຝຣັ່ງ ນັບຫລາຍພັນຄົນໄປໄຫວ້ອາໄລອະດີດປະທານາທິບໍດີ Jacques Chirac - ảnh 1 ຊາວ ຝຣັ່ງ ນັບຫລາຍພັນຄົນໄປໄຫວ້ອາໄລອະດີດປະທານາທິບໍດີ Jacques Chirac (ພາບ: AP)

        ວັນທີ 30 ກັນຍາ, ພິທີສົບລະດັບຊາດອະດີດປະທານາທິບໍດີ ຝຣັ່ງ  Jacquesc Chirac ຈະດຳເນີນຢູ່ໂບດ Saint-Sulpice ທີ່ນະຄອນຫລວງ ປາຣີ ຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ພ້ອມດ້ວຍປະມຸກລັດຫລາຍສິບທ່ານ, ໃນນັ້ນ ມີປະທານາທິບໍດີ ລັດເຊຍ, ປະທານາທິບໍດີ ອີຕາລີ ແລະ ປະທານາທິບໍດີ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ