ຊາວ ລັດເຊຍ ນັບພັນໆຄົນສະໜັບສະໜູນອຳນາດການປົກຄອງ

ຊາວ ລັດເຊຍ ນັບພັນໆຄົນສະໜັບສະໜູນອຳນາດການປົກຄອງ - ảnh 1
ຊາວ ລັດ​ເຊຍ ເຂົ້າ​ຮ່ວມ​ການ​​ຂະ​ບວນ​ແຫ່

( vovworld ) - ​ໂດຍ​ບໍ່​ຫົວຊາ​ຕໍ່ອາກາດ​ໜາວ​ຈັດດ້ວຍ​ອຸນຫະພູມ​ລົງ​ລະດັບ​ລົບ 23 - 30 ອົງສາ, ​ໃນ​ຊຸມ​ມື​ທີ່​ຜ່ານ​ມາ, ຊາວ ລັດ​ເຊຍ ນັ້ບພັນໆ​ຄົນ​ຢູ່ 10 ກ່ວາ​ແຂວງ, ນະຄອນ​ ​ແລະ ປະ​ເທດສາທາລະນະ​ລັດ​ສັງ​​ກັດ​ໄດ້​ລົງ​ຖະໜົນ​ຫົນທາງເພື່ອ ສະໜັບສະໜູນ​ອຳນາດ​ການ​ປົກຄອງ ​ແລະ ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນປະທານາທິບໍດີ Vladimir Putin. ມີ​ຊາວ ລັດ​ເຊຍ ກວ່າ 20.000 ​ຄົນດຳລົງ​ຊີວິດ​ຢູ່​ລຽບ​ຕາມ​ແມ່ນ​ນ້ຳ Volga ​ໄດ້​ເຂົ້າ​ຮ່ວມ​​​ຂະ​ບວນ​ແຫ່ ແລະ ງານໂຮມ​ຊຸມ​ນູມ​​ສະໜັບສະໜູນ​ທ່ານ​ນາຍົກລັດຖະມົນຕີ Putin ອອກ​ສະ​ໝັກກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຊຸດ​ໃໝ່. ງານ​ໂຮມ​ຊຸມ​ນຸມ​“ ​ເພື່ອ​ອະນາຄົດ​ຂອງປະ​ເທດ ລັດ​ເຊຍ ” ຢູ່ Samara ດ້ວຍ​ເກືອບ 10.000 ຄົນ​ເຂົ້າ​ຮ່ວມ, ​ໄດ້​ຮັບ​ຮອງ​ເອົາ​ມະຕິ​ເພື່ອ​ສະໜັບສະໜູນ​ນະ​ໂຍບາຍຂອງ​ອຳນາດ​ການ​ປົກຄອງ​ປະຈຸ​ບັນ​ກ່ຽວ​ກັບ​ການພັດທະນາ ເສດຖະກິດ ​ແລະ​ ການ​ເມືອງ, ຮັກສາ​ໝາກຜົນຂອງ​ 12 ປີ​ແຫ່ງ​ການຟື້ນ​ຟູ ​ແລະ ພັດທະນາ​ສະຫະພັນ​ ລັດ​ເຊຍ ຢ່າງຮອບດ້ານ. ມະຕິ​ກໍຊີ້​ແຈງ​​ແນວທາງ​ຂອງລັດຖະບານ ລັດ​ເຊຍ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Putin ​ນຳ​ໜ້າເພື່ອ​ຈຸດໝາຍ​ສ້າງ​ປະ​ເທດ ລັດ​ເຊຍ ​ເສລີພາບ ​ແລະ ​ເຂັ້ມ​ແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ