ຊາວ ຫວຽດ ຢູ່ ເອີລົບ ຝາກຝັງຈິດໃຈມາຍັງທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ

(VOVWORLD) - ພາບຖ່າຍ ແລະ ວັດຖຸພັນກ່ຽວກັບເຈື່ອງຊາ, ກ່ຽວກັບທະເລ ຫວຽດນາມ ນັບຮ້ອຍຢ່າງ ໂດຍພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ເອີລົບ ໄດ້ຖ່າຍເອົາ ແລະ ເກັບຮັກສາ...
ຊາວ ຫວຽດ ຢູ່ ເອີລົບ ຝາກຝັງຈິດໃຈມາຍັງທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ:VOV)

ໃນລະຫວ່າງວັນທີ 10 ແລະ 11 ມິຖຸນາ, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ຝລັ່ງ, ທີ່ນະຄອນຫຼວງ ປາຣີ, ຈາກຂໍ້ລິເລີ່ມຂອງຄະນະຕິດຕໍ່ພົວພັນຊາວ ຫວຽດ ຢູ່ ເອີລົບ ເພື່ອທະເລ ໝູ່ເກາະ ຫວຽດນາມ, ກອງປະຊຸມສຳມະນາສາກົນທີ່ມີຂອບຂະໜາດໃຫຍ່ ພ້ອມກັບງານວາງສະແດງພາບຖ່າຍ ກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ ໄດ້ຈັດຂຶ້ນ, ຜ່ານນັ້ນກໍ່ສົ່ງສານກ່ຽວກັບຄວາມມານະພະຍາຍາມປົກປັກຮັກສາ ອະທິປະໄຕທະເລ, ໝູ່ເກາະຂອງ ຫວຽດນາມ ເຖິງເພື່ອນມິດສາກົນ.

        ພາບຖ່າຍ ແລະ ວັດຖຸພັນກ່ຽວກັບເຈື່ອງຊາ, ກ່ຽວກັບທະເລ ຫວຽດນາມ ນັບຮ້ອຍຢ່າງ ໂດຍພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ເອີລົບ ໄດ້ຖ່າຍເອົາ ແລະ ເກັບຮັກສາ ໃນການຢ້ຽມຢາມເຈື່ອງຊາ ຄັ້ງຕ່າງໆ ໄດ້ນຳມາວາງສະແດງໃນງານວາງສະແດງທະເລໝູ່ເກາະ ຫວຽດນາມ.

        ໂດຍເປັນຜູ້ເຊື່ອມຕໍ່ບັນດາຄວາມມານະພະຍາຍາມຂອງພໍ່ແມ່ພີ່ນ້ອງ ຊາວ ຫວຽດນາມ ຢູ່ບັນດາປະເທດ ເອີລົບ ເພື່ອແນໃສ່ຫັນແນວຄວາມຄິດຈັດເຫດການນີ້ໃຫ້ປະກົດຜົນເປັນຈິງ, ທ່ານນາງ ກາວຮົ່ງວີງ, ຫົວໜ້າຄະນະຕິດຕໍ່ພົວພັນຊາວ ຫວຽດນາມ ຢູ່ ເອີລົບ ເພື່ອໝູ່ເກາະ, ທະເລ ຫວຽດນາມ, ໃຫ້ຮູ້ວ່າ:

        “ຜ່ານງານວາງສະແດງ ແລະ ກອງປະຊຸມສຳມະນາຄັ້ງນີ້, ພໍ່ແມ່ພີ່ນ້ອງ ຊາວ ຫວຽດນາມ ຢູ່ ເອີລົບ, ພິເສດແມ່ນບັນດາອ້າຍເອື້ອຍ ທີ່ມີໂອກາດໄດ້ໄປຢາມ ເຈື່ອງຊາແລະ ສູນເຮືອນຮ້ານ DK1 ຫວັງຢາກຈະນຳນ້ຳໃຈ, ຄວາມຮັກແພງ, ຄວາມມຸ່ງມາດປາດຖະໜາຂອງຕົນ, ຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງຕົນ ພາຍຫຼັງການຢ້ຽມຢາມ, ມາຝາກຝັງເຖິງປະຊາຄົມຊາວ ຫວຽດ ຢູ່ ເອີລົບ”.

ຕອບກັບ

ຂ່າວ/ບົດ​ອື່ນ