ຊາວ ຫວຽດນາມ ໃຊ້ຈ່າຍກ່ວາ 330.000 ຕື້ດົ່ງໃນເດືອນມີບຸນເຕັດ

ຊາວ ຫວຽດນາມ ໃຊ້ຈ່າຍກ່ວາ 330.000 ຕື້ດົ່ງໃນເດືອນມີບຸນເຕັດ - ảnh 1
(ພາບປະກອບ)

(vovworld) – ​ ​ ບົດ​ລາ​ຍງານ​ສະພາບ​ການ​ເສດຖະກິດ - ສັງຄົມ​ເດືອນ 01/2017, ຈາກ​ກົມ​ໃຫຍ່​ສະຖິຕິ​ໃຫ້​ຮູ້​ວ່າ: ຄາດ​ວ່າ ຍອດ​ມູນ​ຄ່າ​ຂາຍຍ່ອຍ​ສິນຄ້າ ​ແລະ ລາຍ​ຮັບ​​ບໍລິການ​ໃຊ້​ຈ່າ​ຍ​ໃນ​ເດືອນ 01/2017 ​ແມ່ນປະມານ 330.300 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 5,6% ​ເມື່ອ​ທຽບ​ໃສ່​ເດືອນ 12/2016 ​ແລະ ​ເພີ່ມ​ຂຶ້ນ 9,9% ​ເມື່ອ​ທຽບ​ໃສ່​ໄຍລະ​ດຽວ​ກັນ​ຂອງ​ປີ 2016.

        ຕາມ​ນັ້ນ​ແລ້ວ, ບາງ​ຂະ​ແໜງ​ສິນຄ້າ​ຮັບ​ໃຊ້​ບຸນ​ເຕັດ​ມີ​ລະດັບ​ເພີ່ມ​ຂຶ້ນ​ສູງ​ແມ່ນ​ທັນ​ຍາ​ຫານ, ສະບຽງອາຫານ​, ​ເຄື່ອງຕຳ່​ແຜ່ນ​ຕັດຫຍິບ, ການຄົມມະນາຄົມ​. ບາງ​ທ້ອງ​ຖິ່ນ​​ມີ​ລາຍ​ຮັບ​​ເພີ່ມ​ຂຶ້ນສູງຄື: ບາ​ເຣຍ - ຫວູງ​ເຕົາ, ​ແທງ​ຮ໋ວາ, ກຽນ​ຢາງ, ຮ່າ​ໂນ້ຍ, ​ໃນ​ຂະນະ​ນັ້ນ ລາຍ​ຮັບ​ຂອງ​ນະຄອນ ​ໂຮ່ຈີ​ມິນ ຫລຸດ​ລົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ