ຊາວຂະແມຕ້ອນຮັບງານບຸນSenĐol-taເບີກບານມ່ວນຊື່ນ
(ພາບ: vovgiaothong.vn)
(vovworld) – ໃນຊຸມມື້ນີ້, ຊາວຂະແມກ່ວາ 1 ລ້ານຄົນຢູ່ບັນດາແຂວງພາກໃຕ້ພວມຕ້ອນຮັບງານບຸນ Sen Đol-ta ໃນບັນຍາກາດເບີກບານມ່ວນຊື່ນ.
ປີນີ້, ສຳລັບຊາວ ຂະແມຢູ່ບ້ານ ຣາກແຊນ, ຕາແສງ ແທ້ງຟູ໋, ເມືອງ ໝີ້ຊວຽນ, ແຂວງ ຊອກຈັງ, ມີຄວາມເບີກບານມ່ວນຍ້ອນເສັ້ນທາງເຊື່ອມຕໍ່ກັບເສັ້ນທາງຫຼວງ 1A, ເຊິ່ງແມ່ນຄວາມມຸ່ງຫວັງແຕ່ດົນນານມາແລ້ວຂອງ 300 ຄອບຄົວຊາວຂະແມຢູ່ທີ່ນີ້ໄດ້ປະຕິບັດສຳເລັດກ່ອນງານບຸນປະເພນີ. ສ່ວນຢູ່ບ້ານ ແບດຕົນ, ຕາແສງ ຟູ໋ໝີ້, ເມືອງ ໝີ້ຕູ໋, ພໍ່ແມ່ປະຊາຊົນພວມຕ້ອນຮັບງານບຸນ Sen Đol-ta ໃນຄວາມເບີກບານມ່ວນຊື່ນ. ດອກໄຟເກືອບ 150 ດອກ, ພ້ອມກັບເສົາເປຕົງ 58 ເສົາໂດຍປະຊາຊົນທ້ອງຖີ່ນສ້າງຂຶ້ນ ແລະ ຕິດຕັ້ງດ້ວຍຍອດຈຳນວນເງິນ 100 ລ້ານດົ່ງ. ພະອາຈານ ຕັງໂນ, ຮອງປະທານສະມາຄົມສາມັກຄີພະສົງຮັກຊາດແຂວງ ຊອກຈັງ, ໃຫ້ຮູ້ວ່າ:
“ພັກ, ລັດໄດ້ຊ່ວຍເຫຼືອປະຊາຊົນຫຼາຍຢ່າງ, ຄືກໍ່ສ້າງເຮືອນໃຫ້ຄົນທຸກຍາກ, ໃຫ້ກູ້ຢືມທຶນເພື່ອທຳມາຫາກິນ, ປົວແປງຊີວິດການເປັນຢູ່. ຄືພວກເຮົາໄດ້ຮູ້ແລ້ວວ່າ, ກ່ອນນີ້, ເມື່ອປະເທດຊາດຫາກໍ່ໄດ້ຮັບການປົດປ່ອຍ, ເຮືອນຊານສ່ວນຫຼາຍພຽງແຕ່ໄດ້ກໍ່ສ້າງດ້ວຍໄມ້, ແຕ່ມາຮອດປະຈຸບັນ, ເຮືອນຊານໄດ້ຮັບການກໍ່ສ້າງແບບຖາວອນ, ຊີວິດຂອງພໍ່ແມ່ປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.”