ຊາວປາແລດສະຕີນຮັບຮ້ອຍໆຄົນຖືກລົ້ມຫາຍຕາຍຈາກໃນການແຫ່ຂະບວນຄັ້ງໃຫຍ່ຢູ່ເຂດກາຊາ

(VOVWORLD) -ອົງການສາທາລະນະສຸກ ຢູ່ເຂດ ກາຊາ ໃຫ້ຮູ້ວ່າ: ມີຊາວ ປາແລດສະຕີນ ຢ່າງຫນ້ອຍສຸດ 4 ຄົນຖືກເສຍຊີວິດ ແລະ ອີກ 316 ຄົນຖືກຮັບບາດເຈັບໃນບັນດາການປະທະກັນກັບກຳລັງປ້ອງກັນຄວາມສະຫງົບພາກຕາເວັນອອກ ເຂດກາຊາ ຕິດກັບ ອິດສະຣາແອນ ໃນວັນທີ 30 ມີນາ.

ບັນດາການປະທະກັນຮ້າຍແຮ້ງນີ້ໄດ້ເກີດຂຶ້ນໃນສະພາວະປະຊາຊົນນັບມື່ນໆຄົນພວມແຫ່ຂະບວນຢູ່ເຂດ ກາຊາ ເພື່ອສະຫລອງຫນຶ່ງປີແຫ່ງວັນເກີດບັນດາການແຫ່ຂະບວນປະທ້ວງ ແລະ ການໃຊ້ຄວາມຮຸນແຮງຢູ່ເຂດຊາຍແດນ.

ຕໍ່ຫນ້າເຫດດັ່ງກ່າວ, ສະຫະປະຊາຊາດ ໄດ້ຮຽກຮ້ອງສະກັດກັ້ນກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນບໍ່ໃຫ້ສືບຕໍ່ດຳເນີນບັນດາການກະທຳໃຊ້ຄວາມຮຸນແຮງຕໍ່ຜູ້ແຫ່ຂະບວນປະທ້ວງແມ່ນຊາວ ປາແລດສະຕີນຢູ່ເຂດ ກາຊາ ແລະ ຮຽກຮ້ອງ ອິດສະຣາແອນ ເຄົາລົບບັນດາຂໍ້ກຳນົດດ້ານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ