ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) -ຊາວຫວຽດນາມ ແຕ່ລະຄົນຢູ່ລາວ, ວິສາຫະກິດ ຫວຽດນາມ ແຕ່ລະແຫ່ງທີ່ພວມເຄື່ອນໄຫວຢູ່ລາວ ຕ້ອງແມ່ນນັກການທູດຄົນໜຶ່ງ ໃນການຮັກສາ, ພັດທະນາ ແລະ ຍົກສູງ ສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການພົບປະ

ຕອນບ່າຍວັນທີ 15 ພຶດສະພາ, ໃນຂອບເຂດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ຢູ່ສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພົບປະກັບວົງຄະນະຍາດຊາວຫວຽດນາມ ອາໄສຢູ່ລາວ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ມີຄວາມຫວັງວ່າ ຊາວຫວຽດນາມ ແຕ່ລະຄົນຢູ່ລາວ, ວິສາຫະກິດ ຫວຽດນາມ ແຕ່ລະແຫ່ງທີ່ພວມເຄື່ອນໄຫວຢູ່ລາວ ຕ້ອງແມ່ນນັກການທູດຄົນໜຶ່ງ ໃນການຮັກສາ, ພັດທະນາ ແລະ ຍົກສູງ ສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

        ທ່ານປະທານສະພາແຫ່ງຊາດ ໄດ້ຕີລາຄາສູງ ບັນດາການປະກອບສ່ວນສຳຄັນຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃນການຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຫັນດີເປັນເອກະພາບວ່າ, ຄວນຄົ້ນຄ້ວາບັນຫາຮ່ວມມືແຮງງານລະຫວ່າງ ສອງປະເທດ ຍ້ອນວ່າ ປັດຈຸບັນ, ມີຫຼາຍວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວຢູ່ລາວ ກໍ່ພວມຂາດແຮງງານ. ໂດຍກ່ຽວຂ້ອງເຖິງບັນຫາເພີ່ມທຶນການສຶກສາປະຈຳປີ ໂດຍລັດຖະບານສະໜອງ, ທ່ານປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ການນຳບັນດາແຂວງຂອງ ຫວຽດນາມ ຄົ້ນຄ້ວາ, ໜູນຊ່ວຍທຶນການສຶກສາ ໃຫ້ແກ່ນັກສຶກສາລາວ ແລະ ນັກສຶກສາທີ່ແມ່ນ ລູກຫຼານຊາວລາວ ເຊື້ອຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວຢ່າງແທ້ຈິງເພື່ອເພີ່ມທະວີ, ເສີມຂະຫຍາຍຈິດໃຈສະໜິດຕິດພັນລະຫວ່າງສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ