ຊາວຫວຽດນາມພວມເຮັດວຽກ ແລະ ດຳລົງຊີວິດຢູ່ລາວໂຮມຊຸມນຸມມິດຕິງຄັດຄ້ານການກະທຳຜິດຂອງຈີນ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນແມ້ງຮຸ່ງ ກ່າວຄຳເຫັນທີ່ງານໂຮມຊຸມນຸມມິດຕິງ
(ພາບ: baomoi)
|
(vovworld)- ຕອນເຊົ້າວັນທີ 14/5, ຢູ່ນະຄອນຫຼວງວຽງຈັນ, ຊາວຫວຽດນາມເກືອບ 1000 ຄົນຊຶ່ງແມ່ນພະນັກງານສະຖານທູດ, ບັນດາອົງການຕາງໜ້າຂອງຫວຽດນາມປະຈຳລາວ, ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ລາວ, ບັນດາວິສາຫະກິດຫວຽດນາມພວມຮ່ວມມືລົງທຶນຢູ່ລາວ ແລະ ນັກສຶກສາຫວຽດນາມພວມຮ່ຳຮຽນຢູ່ລາວ ໄດ້ໂຮມຊຸມນຸມມິດຕິງຄັດຄ້ານເລື່ອງຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະ ຂອງຫວຽດນາມ . ກ່າວຄຳເຫັນທີ່ງານໂຮມຊຸມນຸມມິດຕິງ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນແມ້ງຮຸ່ງ ຢືນຢັນວ່າ ການກະທຳຂອງຈີນທີ່ນຳຮ້ານເຈາະນ້ຳມັນ ໄຮຢາງ 981 ພ້ອມດ້ວຍກຳປັ່ນຄຸ້ມກັນຫຼາຍລຳ ໃນເຂດໄຫຼ່ທະວີບຂອງຫວຽດນາມແຕ່ວັນທີ 1/5 ມາຮອດປະຈຸບັນແມ່ນເປັນອັນຕະລາຍທີ່ສຸດ, ລ່ວງລ້ຳເຂດນ່ານທະເລຂອງຫວຽດນາມ, ໄປຝືນກັບບັນດາຂໍ້ຕົກລົງ 2 ຝ່າຍລະຫວ່າງຫວຽດນາມ-ຈີນກ່ຽວກັບການແກ້ໄຂບັນຫາບົນທະເລດ້ວຍມາດຕະການໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ຕາງໜ້າຄະນະອະທິການວັດ ເຟີດຕິກ , ສະມາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງວຽງຈັນ, ສະມາຄົມວິສາຫະກິດຫວຽດນາມຮ່ວມມືລົງທຶນຢູ່ລາວ ແລະ ນັກສຶກສາຫວຽດນາມພວມຮ່ຳຮຽນຢູ່ລາວ ໄດ້ສະແດງຄວາມວິຕົກກັ່ງວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ທະເລຕາເວັນອອກປະຈຸບັນ, ກໍຄືສະແດງຄວາມບໍ່ພໍໃຈຕໍ່ການກະທຳຂອງຈີນ, ແລະ ຫວັງວ່າ ພັກ ແລະ ລັດຫວຽດນາມມີບັນດາມາດຕະການເດັດດຽວຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດ.