ຊາວຫວຽດນາມອາໄສຢູ່ຝລັ່ງແລະເພື່ອນມິດຝລັ່ງມີຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ

ຊາວຫວຽດນາມອາໄສຢູ່ຝລັ່ງແລະເພື່ອນມິດຝລັ່ງມີຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ - ảnh 1
ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ໃນ​ວັນ​ບຸນ "ມິດ​ຕະ​ພາບ ແລະ ສາ​ມັກ​ຄີ​ກັບ
ຫວຽດ​ນາມ "

(vovworld)-​​ຕາມ​ຂໍ້​ລິ​ເລີ່ມ​ຂອງ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຝ​ລັ່ງ, 31  ສະ​ມາ​ຄົມ ເຂົ້າ​ຮ່ວມ​ ວັນ​ສະ​ມາ​ຄົມ “ມິດ​ຕະ​ພາບ ແລະ ສາ​ມັກ​ຄີ ກັບ​ຫວຽດ​ນາມ” ຄັ້ງ​ທີ 2 ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ສົມ​ທົບ​ກັບ​ນະ​ຄອນ Montreuil ຈັດ​ຕັ້ງ​ໃນ​ເດືອນ 6/2015 ຜ່ານ​ມາ​ໄດ້​ລົງ​ລາຍ​ເຊັນ​ໃສ່ໃບ​ສະ​ເຫນີ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ການ​ກະ​ທຳ​ຂອງ​ຈີນ ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ພ​າຍ​ຫລັງ​ເກັບ​ກຳ​ລາຍ​ເຊັນ​ຂອງ​ຂອງ 31 ສະ​ມາ​ຄົມ, ຜ່ານ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ຝ​ລັ່ງ ໄດ້​ສົ່ງ​ໃບ​ສະ​ເຫນີ​ເຖິງ​ບັນ​ດາ​ອົງ​ການ​ຂອງ​ຫວຽດ​ນາມ ຄື: ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ຄະ​ນະ​ຊາ​ຍ​ແດນ​ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເພື່ອ​ສະ​ແດງ​ການ​ສະ​ຫນັບ​ສະ​ຫນູນ​ສຳ​ລັບ​ກິດ​ຈະ​ກຳ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດ​ນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ຂອງ​ຈີນ ພວມ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງຂອງ​ພາກ​ພື້ນ ແລະ ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ