ຊາວຫວຽດນາມອາໄສຢູ່ອົດສະຕາລີອອກສຽງກ່າວເຖິງບັນຫາທະເລຕາເວັນອອກເນື່ອງໃນໂອກາດດຳເນີນກອງປະຊຸມG20
ພາບປະກອບ:internet
|
(vovworld)- ເນື່ອງໃນໂອກາດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ ຫລື G20 ດຳເນີນໄປຢູ່ນະຄອນ Brisbane ລັດ Queensland ໃນວັນທີ 15-16/11, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ອົດສະຕາລີ ໄດ້ສົ່ງຈົດໝາຍເຖິງທ່ານນາຍົກລັດຖະມົນຕີ ອົດສະຕາລີ Tony Abbott ກໍ່ຄືບັນດາການນຳ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມ ເພື່ອສະແດງຄວາມວິຕົກກັງວົນ ກ່ຽວກັບບັນດາການຜັນແປຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນເພີ່ມຂຶ້ນ. ໃນຈົດໝາຍ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ອົດສະຕາລີ ໄດ້ຮຽກຮ້ອງ ອົດສະຕາລີ ປະຈຸບັນແມ່ນປະທານ G20 ແລະ ປະທານໝູນວຽນ ສະມັດຊາໃຫຍ່ ສປຊ ຄວນຢືນຢັນຢ່າງແຮງຜົນປະໂຫຍດລວມຂອງ Canberra ແລະ ກຸ່ມ G20 ໃນການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ. ນອກນັ້ນ ສະມາຄົມດັ່ງກ່າວກໍ່ຮຽກຮ້ອງບັນດາຝ່າຍ ຈົ່ງຮ່ວມມືໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ.