ຊາວໜຸ່ມອາສາສະໝັກເຂົ້າຮ່ວມການຍ່າງ“ຕໍ່ກຳລັງແຮງໄປໂຮງຮຽນ”

ຊາວໜຸ່ມອາສາສະໝັກເຂົ້າຮ່ວມການຍ່າງ“ຕໍ່ກຳລັງແຮງໄປໂຮງຮຽນ” - ảnh 1
(ພາບ​ປະ​ກອບ)

(vovworld) - ຕ​ອນ​ເຊົ້າ​ວັນ​ທີ 14/08, ຢູ່​​ເມືອງ 7, ນະ​ຄອນ​ໂຮ່​ຈິ​ມິ​ນ, ມີ​ນັກ​ຮຽນ​, ນັກ​ສຶກ​ສາ, ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ກວ່າ 5.000 ຄົນ ໄດ້​ເຂົ້າ​ຮ່ວມ​ການ​ຍ່າງ​​ສະ​ໜັບ​ສະ​ໜູນ​ການສ້າງກອງ​ທຶນ​ສຶກ​ສາ “ຕໍ່ກຳ​ລັງ​​ແຮງໄປ​ໂຮງ​ຮຽນ”. ລາຍ​ການ​ເພື່ອ​ແນ​ໃສ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຫົວ​ໜ່ວຍ, ສ່ວນບ​ຸກ​ຄົນ​ສືບ​ຕໍ່ສະ​ໜັບ​ສະ​ໜູນ​ໃຫ້​ກອງ​ທຶນ​ສຶກ​ສາ “ຕໍ່ກຳ​ລັງ​​ແຮງ​ໄປ​ໂຮງ​ຮຽນ” ຂອງ​ໄວ​ໜຸ່ມ ແລະ ກອງ​ທຶນ​ສຶກ​ສາ​ຂອງ​ສູນ​ໜູນ​ຊ່ວຍ​ນັກ​ຮຽນ, ນັກ​ສຶກ​ສາ​ນະ​ຄອນ ເພື່ອ​ແນ​ໃສ່​ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​ບັນ​ດາ​ນັກ​ຮຽນ, ນັກ​ສຶກ​ສາທີ​ປະ​ສົບ​ກັບ​ຄວ​າມ​ຫຍູ້ງ​ຍາກ​ສືບ​ຕໍ່​ໄປ​ໂຮງ​ຮ​ຽນ​ປະ​ຕິ​ບັດ​ຄວາມ​ໄຝ່​ຝັນ​ຂອງ​ຕົນ. ທີ່​ລາຍ​ການ, ຄະ​ນະ​ຈັດ​ຄັ້ງ​ໄດ​້ມອບ​ທຶນ​ສຶກ​ສາ​ໃຫ້​ນັກ​ຮຽນ, ນັກ​ສຶກ​ສາ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ 40 ​ກົນ, ພ້ອມ​ກັບ​ອຸ​ປະ​ກອນ​ການ​​ຮຽນ​ໃຫ້​ນັກ​ຮຽນ​ຢູ່​ບັນ​ດາ​ເມືອງຊອກ​ນະ​ຄອນ.

ຂ່າວ/ບົດ​ອື່ນ