ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ທີ່ກອງປະຊຸມທົ່ວປະເທດສະຫຼຸບການປະຕິບັດ
ກົດໝາຍປະກາດໃຊ້ເອກະສານນິຕິກຳ
|
(vovworld)- ກະຊວງຍຸຕິທຳຫວຽດນາມຄວນສຸມໃສ່ສ້າງລະບອບບັນຍັດໃຫ້ ສົມບູນແບບຕິດພັນກັບການຍົກສູງປະສິດທິຜົນການປະຕິບັດລະບອບເສດຖະ ກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ຈຸມສຸມແມ່ນສ້າງສະພາບແວດລ້ອມການແກ່ງແຍ້ງດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານຢ່າງແຂງແຮງ, ເສີມຂະຫຍາຍບົດບາດ ແລະ ຄວາມສັກສິດຂອງກົດໝາຍເພື່ອສ້າງສະຖຽນລະພາບທາງດ້ານການເມືອງ, ພັດທະນາເສດຖະກິດ, ເປັນເຈົ້າການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ,ຮັບປະກັນສິດທິມະນຸດ, ສິດເສລີພາບ, ປະຊາທິປະໄຕຂອງປະຊາຊົນ. ນີ້ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກທີ່ກອງປະຊຸມທົ່ວປະເທດສະຫຼຸບການປະຕິບັດບັນດາກົດໝາຍປະກາດໃຊ້ເອກະສານນິຕິກຳໂດຍກະຊວງຍຸຕິທຳຈັດຂຶ້ນໃນຕອນເຊົ້າວັນທີ 30/11 ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ :
“ກົດໝາຍປະກາດໃຊ້ເອກະສານນິຕິກຳຕ້ອງແມ່ນເຄືອ່ງມືຮັບປະກັນໃຫ້ບັນດາຂັ້ນຕອນນຳສະເໜີ, ສ້າງ ແລະ ຮັບຮອງເອົານະໂຍບາຍຕ້ອງກາຍເປັນຈຸດໃຈກາງຂອງບັນດາຂັ້ນຕອນສ້າງກົດໝາຍທັງໝົດ, ຊຶ່ງກ່ອນອື່ນໝົດ ແມ່ນກົດໝາຍ, ລັດຖະບັນຍັດ, ບັນດາມະຕິຂອງລັດຖະບານ. ແນວທາງແຜນນະໂຍບາຍຂອງພັກ ແລະ ລັດຕ້ອງສ້າງເປັນກົດໝາຍດ້ວຍການກຳນົດລະອຽດ, ສາມາດປະຕິບັດໄດ້, ສ່ອງແສງເຖິງການດຳລົງຊີວິດ”
ສ່ວນທ່ານຮອງລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ໃຫ້ຮູ້ວ່າ :
“ ຮ່າງກົດໝາຍປະກາດໃຊ້ເອກະສານນິຕິກຳຫາກໍຖືກສ້າງຂຶ້ນໃນສະພາບສ້າງຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ, ແມ່ນເງື່ອນໄຂສະດວກໃນການກຳນົດສິດອຳນາດປະກາດໃຊ້ເອກະສານນິຕິກຳຢ່າງຈະແຈ້ງ, ປ່ຽນໃໝ່ຂັ້ນຕອນສ້າງກົດໝາຍ, ເພີ່ມທະວີລັກສະນະເປີດເຜີຍ, ກະຈ່າງແຈ້ງ, ປະກອບສ່ວນເພີ່ມທະວີຄວາມຮັບຜິດຊອບຂອງບັນດາອົງການແຫ່ງລັດໃນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ຍົກສູງສະຕິການປະຕິບັດກົດໝາຍໃນສັງຄົມ.