ຍົກສູງກຳລັງຄວາມສາມາດໂຄສະນາກ່ຽວກັບການປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງແລະເດັກຍິງ
ນັກຮຽນຊອກຮູ້ກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ
(ພາບປະກອບຈາກ Trần Lê Lâm/TTXVN)
(vovworld) – ວັນທີ 23/12, ສະຫະພັນແມ່ຍິງນະຄອນ ດ່ານັ້ງ ສົມທົບກັບອົງການແມ່ຍິງສະຫະປະຊາຊາດ (UN Women) ແລະ ອົງການສັນຕິພາບ ແລະ ພັດທະນາ ແອັດສະປາຍ (PyD) ຈັດຕັ້ງຊຸດຝຶກອົບຮົມ “ທັກສະນຳໃຊ້ເຄື່ອງມື SaSa ເຂົ້າໃນການເຄື່ອນໄຫວປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ”. ທ່ານນາງ Robin Yaker, ອາຈານຂັ້ນສູງຂອງອົງການແມ່ຍິງ ສປຊ, ໃຫ້ຮູ້ວ່າ: ຊຸດຝຶກອົບຮົມນີ້ໄດ້ດຳເນີນໄປໃນລະຫວ່າງວັນທີ 23 – 26/12, ຢູ່ ດ່ານັ້ງ, ເພື່ອແນໃສ່ປະກອບບັນດາຄວາມຮູ້ຈຳເປັນໃຫ້ແກ່ບັນດານັກປາຖະກະຖາຂັ້ນຮາກຖານໃນວຽກງານໂຄສະນາປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງພາຍໃນຄອບຄົວ, ແມ່ຍິງ ແລະ ເດັກຍິງ. ອົງການແມ່ຍິງ ສປຊ ຈະມານະພະຍາຍາມຊ່ວຍເຫຼືອບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ, ຫວຽດນາມ ເວົ້າສະເພາະເພື່ອແນໃສ່ສະກັດກັ້ນ, ຍູ້ໄພການໃຊ້ຄວາມຮຸນແຮງໃນຄອບຄົວໃຫ້ຖອຍໄປ. ພ້ອມທັງ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ເຕັກນິກໃນການປະຕິບັດສຳເລັດໂຄງການ “ນຳໃຊ້ບັນດາເຄື່ອງມືດ້ານເຕັກນິກ, ພະຍານຫຼັກຖານ ແລະ ການເຂົ້າຮ່ວມຂອງປະຊາຄົມເພື່ອແນໃສ່ຊຸກຍູ້ວິວັດທະນາການປະຕິບັດບັນດາກົດໝາຍ ແລະ ສະໜອງບັນດາບໍລິການໜູນຊ່ວຍແມ່ຍິງຖືກໃຊ້ຄວາມຮຸນແຮງຢູ່ເຂດອາຊີຕາເວັນອອກສ່ຽງໃຕ້, ໄລຍະ 2013 – 2015.