ຍົກສູງຄຸນນະພາບການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ

ຍົກສູງຄຸນນະພາບການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ  - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມ ກອງປະຊຸມ

(vovworld) - ຕອນ​ເຊົ້າວັນ​ທີ 17/1, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສະຫຼຸບ​ວຽກ​ງານ​ປີ 2012 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013 ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ໝູ່ຄະ​ນະ​ພະນັກງານ, ລັດຖະກອນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຄວນ​ມານະ​ພະຍາຍາມກ່ວາ​ອີກ​​ໃນ​ປີ 2013, ​ໂດຍ​ສະ​ເພາະ​ໃນ​ການ​ຄົ້ນ​ຄ້ວາ, ປະກອບ​ຄຳ​ເຫັນ​ທີ່ມີ​ຄຸນ​ນະພາ​ບກ່ຽວ​ກັບ​ເນື້ອ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ສືບ​ຕໍ່​ເປັນ​ເສນາ​ທິການ​ສ້າງ​ບັນດາ​ຮ່າງ​ກົດໝາຍ, ລັດຖະບັນຍັດ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກໍ່​ຄື​ເພີ່ມ​ທະວີ​ການສົມທົບ​ກັນ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໃນ​ປີ 2013 ​ແລະ​ ຊຸມ​ປີ​ຕໍ່​ໄປ​ສຳ​ເລັດ​ຜົນ. ​ເພື່ອ​ເຮັດ​​ໄດ້​ຄື​ແນວ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ວ່າ: ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຄວນມີ​ການ​ປ່ຽນ​ໃໝ່​ຢ່າງ​ຮອບດ້ານ​ຕາມ​ທິດ​ເລິກ​ເຊິ່ງ, ​ແບບ​ອາຊີບ, ດ້ວຍ​ຖັນ​ແຖວ​ພະນັກງານທີ່​ມີ​ຄວາມ​ຮູ້​ຄວາມສາມາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ເນັ້ນ​ໜັກ​ວ່າ:

”ຍົກ​ສູງ​ຄຸນ​ນະພາ​ບປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ. ການຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ມີ 2 ຫົວ​ຂໍ້​ໃຫຍ່, ນັ້ນ​ແມ່ນ​ການຕິດຕາມ​ກວດກາ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລາຍ​ງານ​ອະທິບາຍ​ການ​ຕິດຕາມ​ກວດກາ​ຂອງ​ສະພາ ​ແລະ ບັນດາຄະນະ​ກຳມາ​ທິການ​ ກໍ່​ຄື​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄໝ​ທຳ​ອິດ, ສະ​ໄໝ​ທີ 2, ສະ​ໄໝ​ທີ 3. ຕົ້ນ​ສັບປະດາ​ຈະ​ມາ​ເຖິງ ພວກ​ເຮົາ​ຈະ​ຈັດ​ຕັ້ງ​ການ​ປະຊຸມ ​ເພື່ອ​ຕິດຕາມ​ກວດກາ​ບັນດາ​ອົງການ​ຂອງ​ລັດຖະບານ ​ແລະ ອົງການ​ຍຸຕິ​ທຳ​ໃນ​ການ​ຈັດ​ຕັ້ງ​ການປະຕິບັດມະຕິ​ກ່ຽວ​ກັບ​ວຽກ​ງານ​ຍຸຕິ​ທຳ ​ແລະ ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ. ວຽກ​ງານ​ເຫຼົ່າ​ນັ້ນ​ແມ່ນ​ວຽກ​ງານ​ຈຸດ​ສຸມ”

ຂ່າວ/ບົດ​ອື່ນ