ຍົກສູງຄຸນນະພາບການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ

ຍົກສູງຄຸນນະພາບການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ - ảnh 1
​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ
ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 2
(ພາບ: ອິນເຕີແນັດ)

(vovworld) - ວັນ​ທີ 23/09, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຫງວຽນ​ຄັກ​ດິ້ງ ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 2, ​ກວດກາ​ບັນດາ​ເນື້ອ​ໃນ​ທີ່​ກະກຽມ​​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດຊຸດ​ທີ 14, ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ກຳມາ​ທິການ. ​ໃນ​ວາລະ​ປະຊຸມ​ຕອນ​ເຊົ້າ​ວັນ​ທີ 23/09, ກຳມາ​ທິການ​ກົດໝາຍ​ກວດກາ​ຮ່າງ​ມະຕິ 2 ສະບັບ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ທີ່ປະກາດ​ໃຊ້ກົດ​ລະບຽບ​ຂໍ້​ກຳນົດ​ກ່ຽວ​ກັບ​ຂັ້ນ​ຕອນ, ລະບຽບ​ການ​ດຳ​ເນີນ​ບາງ​ເນື້ອ​​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ; ຮ່າງ​ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ທີ່ກຳນົດ​ກ່ຽວ​ກັບ​ລະບຽບ​ການ ​ແລະ ​ເຕັກນິກຈັດ​ວາງ​ສະ​ເໜີ​ເອກະສານ​ນິຕິ​ກຳ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 23/09 ກຳມາ​ທິການ​ກົດໝາຍ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ທີ່ກຳນົດ​ກ່ຽວ​ກັບ​ລະບຽບ​ການ ​ແລະ ​ເຕັກນິກ​ຈັດ​ວາງເອກະສານ​ນິຕິ​ກຳ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ.

 

ຂ່າວ/ບົດ​ອື່ນ