ຍົກສູງທ່າໄດ້ປຽບໃນ ການແກ່ງແຍ້ງເຄື່ອງ ສິລະປະກຳຫວຽດນາມ ໃນຕະຫຼາດສາກົນ
ຂະແໜງຜະລິດເຄື່ອງສິລະປະກຳເອ້ຢ້ອງຫີນປະເສີດ ແມ່ນຂະແໜງການທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ (ພາບ : internet)
|
Vovworld- ກ່າວຄຳເຫັນທີ່ພິທີຕ້ອນຮັບຫຼຽນໄຊແຮງງານ ແລະ ເຊີດຊູ ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ດີເດັ່ນເພືອ່ພາລະກິດພັດທະນາຂະແໜງຜະລິດເຄື່ອງສິລະປະກຳເອ້ຢ້ອງຫີນປະເສີດຫວຽດນາມປີ 2012 ຊຶ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 20/1 ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ໄດ້ເນັ້ນໜັກວ່າ ຂະແໜງຜະລິດເຄື່ອງສິລະປະກຳເອ້ຢ້ອງຫີນປະເສີດ ແມ່ນຂະແໜງການທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ບັນດານາຍຊ່າງໄດ້ຜະລິດຜະລິດຕະພັນເຄື່ອງສິລະປະກຳເອ້ຢ້ອງຫີນປະເສີດຫຼາຍຊະນິດ ອັນໄດ້ເຮັດໃຫ້ຊື່ສຽງຮຽງນາມເຄື່ອງໝາຍການຄ້າຫວຽດນາມດົງດັງໃນຕະຫຼາດສາກົນ. ນີ້ແມ່ນທ່າໄດ້ປຽບເພື່ອສາມາດແກ່ງແຍ້ງ ຊຶ່ງຄວນໄດ້ຮັບການເສີມຂະຫຍາຍ, ນຳໃຊ້ໃນສະພາວະເສດຖະກິດເຊື່ອມໂຍງເຂົ້າກັບສາກົນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ເຊື່ອໝັ້ນວ່າ ບັນດາແບບຢ່າງດີເດັ່ນທີ່ໄດ້ຮັບການເຊີດຊູໃນພິທີ ຈະເປັນບັນດາແກນສານເພື່ອຂະຫຍາຍຂະບວນການວຽກດີຄົນເດັ່ນໃນການຜະລິດດຳເນີນທຸລະກິດ ແນໃສ່ຜະລິດອອກບັນດາຜະລິດຕະພັນທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນທ້ອງຕະຫຼາດປະຈຸບັນ, ເຮັດໄດ້ເຊັ່ນນັ້ນ, ຈຸດໝາຍ “ ຊາວຫວຽດນາມຊົມໃຊ້ສິນຄ້າຫວຽດນາມ ” ຈຶ່ງປະສົບຜົນສຳເລັດ.