ຍົກສູງບົດບາດຂອງຖັນແຖວນັກປັນຍາຊົນດ້ານວິທະຍາສາດເຕັກໂນໂລຊີ ຫວຽດນາມ

ຍົກສູງບົດບາດຂອງຖັນແຖວນັກປັນຍາຊົນດ້ານວິທະຍາສາດເຕັກໂນໂລຊີ ຫວຽດນາມ - ảnh 1
ທ່ານຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີ​ນ
​ເຮັດ​ວຽກ​ກັບ​ບັນດາ​ອົງການ​ສະມາຊິກ​ຂອງ​ຄະນະ​ກຳມະການ​ສູນ​ກາງແນວ​​ໂຮ​ມປະ​ເທດ​ຊາດ
(ພາບ: dangcongsan.vn)


(vovworld) - ຕາມ​ລາຍການ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ສະມາຊິກ​ຂອງ​ຄະນະ​ກຳມະການ​ສູນ​ກາງແນວ​​ໂຮ​ມປະ​ເທດ​ຊາດຫວຽດນາມ ​ແລ້ວ, ວັນ​ທີ 24 ຕຸລາ​, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ, ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະຫະ​ສະມາຄົມ​ວິທະຍາ​ສາດ ​ແລະ ​ເຕັກນິກ​ຫວຽດນາມ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ການ​ສົມທົບ​ກັນ​ເຄື່ອນ​​ໄຫວລະຫວ່າງ 2 ສຳນັກງານ​. ກ່າວ​ຄຳ​ເຫ​ັນທີ່​ການ​ເຮັດວຽກ, ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫງວຽນ​ທ້ຽນ​ເຍີ​ນ ​ເນັ້ນ​ໜັກ​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສະຫະສະມາຄົມ​ວິທະຍາ​ສາດ ​ແລະ ​ເຕັກນິກ​ຫວຽດນາມ ຕ​້ອງມີ​ຂໍ້​ກຳນົດສ້າງ​ບັນດາ​​ໂຄງການ​ສົມທົບ​ກັນ​​ເຄື່ອນ​ໄຫວໃນ​ປີ 2014 ​ແລະ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ​ເຊິ່ງຕາມ​ນັ້ນ​ແລ້ວ, ​ໃນ​ປີ 2014, ສະຫະສະມາຄົມ​ວິທະຍາ​ສາດ ​ແລະ ​ເຕັກນິກ​ຫວຽດນາມ ຈະ​ສົມທົບ​ກັບສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາຫົວ​ເລື່ອງ​ຕ່າງໆ, ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ກັບ​ຫົວ​ເລື່ອງ​ແຕກ​ຕ່າງ​ກັນ.

ຂ່າວ/ບົດ​ອື່ນ