ຍົກສູງສິດແລະຄວາມສາມາດດ້ານເສດຖະກິດໃຫ້ແມ່ຍິງແມ່ນບຸລິມະສິດອັບດັບໜຶ່ງຂອງຫວຽດນາມ

ຍົກສູງສິດແລະຄວາມສາມາດດ້ານເສດຖະກິດໃຫ້ແມ່ຍິງແມ່ນບຸລິມະສິດອັບດັບໜຶ່ງຂອງຫວຽດນາມ - ảnh 1
(ພາບ​ປະ​ກອບ: hvpnvn.edu.vn)

(vovworld) - ​​​ກ່າວ​ຄຳ​ເຫັນ​ທີ່​ພ​ິ​ທີ​ໄຂ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​​ທີ 61 ຂອງ​ຄະ​ນະ​ກຳ​ມະ​ການ​ຖາ​ນະ​ບົດ​ບາດ​​ແມ່​ຍິງ​ຂອງ​ສະ​ຫະ​ປະ​ຊາ​ຊ​າດ (CSW 60) ພວມ​ດຳ​ເນີນຢ​ູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ ດ່າວ​ຫງອກ​ຢຸງ ເນັ້ນ​ໜັກ​ວ່າ, ຍົກ​ສູງ​ສິດ​ ແລະ ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ​ໃຫ້​ແມ່​ຍິງແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​​ແຖວ​ໜ້າ​ຂອງ​ຫວຽດ​ນາມ. ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ການ​ຮ່ວມ​ມື, ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ​​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ. ຍາມ​ໃດ​ຫວຽດ​ນາມ ກໍ່​ສະ​ຫງວນ​ແຫຼ່ງ​ກຳ​ລັງ​​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແມ່​ຍິງ, ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ, ທີ່​ຕັ້ງ, ສິດ ແລະ ຄວາມ​ສາ​ມາດ​ຂອງ​ແມ່​ຍິງ​ຫວຽດ​ນາມ. ໃນ​ສະ​ພາບ​ການນັ້ນ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ເປົ້າໝາຍ​ສະ​ຫັດ​ສະ​ວັດ, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ໜູນ​ຊ່ວຍ​ແມ່​ຍິງ, ສຳ​ພັດ​ກັບ​ບັນ​ດາທັກ​ສະ ແລະ ບຳ​ລຸງ​ສ້າງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​​ສຳ​ຄັນ, ພິ​ເສດ​ແມ່ນ​ວິ​ທະ​ຍາ​ສາດ, ເຕັ​ກ​ໂນ​ໂລ​ຊີ, ເຕັກ​ນິກ ແລະ ວິ​ຊາ​​ຄະ​ນິດ​ສາດ; ບຸ​ລິ​ມະ​ສິດ​ລາຍ​ຈ່າຍ​ງົບ​ປະ​ມານ​ໃຫ້​ພື້ນ​ຖານ​ໂຄງ​ລ່າ​ງ​​ສົ່ງ​ເສີມ ແລະ ​ໜູນ​ຊ່ວບ​ຊີ​ວິດ​ສັງ​ຄົມ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ແມ່​ຍິງ.

ຂ່າວ/ບົດ​ອື່ນ