ຍົກສູງສະຕິປ່ຽນໃໝ່, ຫົວຄິດປະດິດສ້າງຂອງກຳລັງນັກທຸລະກິດໜຸ່ມ
ການໂອ້ລົມສົນທະນາ: “ນັກທຸລະກິດໜຸ່ມກໍ່ຮ່າງສ້າງຕົວ
ກໍ່ສ້າງປະເທດຊາດ: ປ້ຽນໃໝ່ຢ່າງມີຫົວຄິດປະດິດສ້າງ“
(ພາບ: enternews.vn)
(vovworld) - ວັນທີ 8/8, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ, ສູນກາງນັກທຸລະກິດໜຸ່ມຫວຽດນາມ. ສະໂມສອນ ຊາວດໍ (ດາວແດງ) ໄດ້ສົມທົບກັນຈັດຕັ້ງການໂອ້ລົມສົນທະນາ: “ນັກທຸລະກິດໜຸ່ມກໍ່ຮ່າງສ້າງຕົວ ກໍ່ສ້າງປະເທດຊາດ: ປ້ຽນໃໝ່ຢ່າງມີຫົວຄິດປະດິດສ້າງ“ ຢູ່ຮ່າໂນ້ຍ. ຢູ່ທີ່ນີ້ບັນດານັກຊ່ຽວຊານດ້ານເສດຖະກິດ, ນັກຄຸ້ມຄອງ, ນັກທຸລະກິດໜຸ່ມ ໄດ້ພ້ອມກັນແບ່ງປັນບັນດາບັນຫາປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຢູ່ວິສາຫະກິດ ກໍ່ຄືບັນດາຄວາມເຫັນປະກອບ, ສະເໜີກ່ຽວກັບການ ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຂອງຫວຽດນາມ ໃນປະຈຸບັນ ກັບບັນດາອົງການຄຸ້ມຄອງລັດ; ໃນນັ້ນສຸມໃສ່ບັນດາເນື້ອໃນຄື: ບັນດານະໂຍບາຍຊ່ວຍເຫຼືອຂອງລັດທີ່ມີຕໍ່ບັນຫາປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງໃຫ້ວິສາຫະກິດ; ບັນຫາສຳຜັກກັບແຫຼ່ງທຶນ, ບັນດາໂຄງການກ່ຽວກັບການປ່ຽນໃໝ່, ຫົວຄິດປະດິດສ້າງ, ບັນດາຄວາມຫຍຸ້ງຍາກສຳລັບວິສາຫະກິດ ແລະ ການນຳໃຊ້ວິທະຍາສາດ ເຕັກໂນໂລຢີ.