ຍົກເວັ້ນວິຊາເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ
ພາບປະກອບ:vita.vn
|
(vovworld)- ຕອນເຊົ້າວັນທີ 8/7 ຢູ່ ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວ ແລະ ບໍລິສັດໃຫຍ່ການບິນ ຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມຜັນຂະຫຍາຍມະຕິກ່ຽວກັບການຍົກເວັ້ນວິຊາພຽງຝ່າຍດຽວໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ແລະ ຄຳສັ່ງກ່ຽວກັບການເພີ່ມທະວີປະສິດທິຜົນການຄຸ້ມຄອງຂອງລັດ, ສຸມໃສ່ແກ້ໄຂຄວາມຈຳກັດ, ຊຸກຍູ້ການພັດທະນາການທ່ອງທ່ຽວ. ທີ່ກອງປະຊຸມ, ສາມອົງການດັ່ງກ່າວໄດ້ປະກາດລາຍການກະຕຸກຊຸກຍູ້ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວມາຈາກ 5 ປະເທດ ເອີລົບຕາເວັນຕົກຄື( ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແອດສະປາຍ )ແລະ ເບລາຣຸດ ມາຢ້ຽມຢາມຫວຽດນາມ, ເສີມຂະຫຍາຍປະສິດທິຜົນນະໂຍບາຍຍົກເວັ້ນວິຊາພຽງຝ່າຍດຽວ ຊື່ງລັດຖະບານ ໄດ້ປະກາດໃຊ້.