ຍຸດທະສາດນໍາໜ້າໃນການຫັນປ່ຽນດີຈີຕອນ ແລະ ກາລະໂອກາດ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ

(VOVWORLD) -   ວັນທີ 08 ສິງຫາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມ Vietnam CEO Summit 2019 ດ້ວຍຫົວຂໍ້ “ຍຸດທະສາດນໍາໜ້າໃນການຫັນປ່ຽນດີຈີຕອນ ແລະ ກາລະໂອກາດໃຫ້ແກ່ບັນດາວິສາຫະກິດຫວຽດນາມ”. 

     ກອງປະຊຸມແມ່ນເພື່ອແນໃສ່ແນະນໍາໃຫ້ການນໍາບັນດາວິສາຫະກິດໃຫຍ່ຂອງຫວຽດນາມຄວາມຮູ້ໂດຍສັງເຂບກ່ຽວກັບທ່າອ່ຽງຫັນປ່ຽນດີຈີຕອນແບບໃໝ່ ເຊິ່ງພວມເກີດຂຶ້ນຢ່າງໄວວາ, ກໍຄືບັນດາຜະລິດຕະພັນ ແລະ ການບໍລິການແບບໃໝ່ ທີ່ໄດ້ສ້າງຂຶ້ນບົນພື້ນຖານເຕັກໂນໂລຢີທັນສະໄໝ ແລະ ເຕັກໂນໂລຢີຫັນປ່ຽນດີຈີຕອນ.

        ທີ່ກອງປະຊຸມ, ບັນດານັກຊ່ຽວຊານດ້ານການຫັນປ່ຽນດີຈີຕອນໄດ້ຕີລາຄາວ່າ ຫວຽດນາມ ມີທ່າແຮງໃນຂົງເຂດຫັນປ່ຽນດີຈີຕອນດ້ວຍແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ຂອງລະດັບບຸກທະລຸຂອງເຕັກໂນໂລຢີຂໍ້ມູນຂ່າວສານ. ເຖິງຢ່າງໃດກໍຕາມ, ບັນດາວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງເຄືອງ, ສັງກັດມະຫາວິທະຍາໄລແຫ່ງຊາດສິງກະໂປ ແລ້ວ, ບັນດາວິສາຫະກິດຫວຽດນາມ ຄວນເຫັນໄດ້ກາລະໂອກາດເຊື່ອມໂຍງທົ່ວໂລກ, ຈາກນັ້ນມີວິທີການລົງທຶນຜະລິດບັນດາຜະລິດຕະພັນຕາມທ່າແຮງສະເພາະຂອງຕົນ.

        “ບັນດາວິສາຫະກິດຫັນປ່ຽນດີຈີຕອນ ຄວນເອົາໃຈໃສ່ຕໍ່ການສໍາຜັດກັບລູກຄ້າ ເຮັດແນວໃດເພື່ອໝູນໃຊ້ເຕັກໂນໂລຢີດີຈີຕອນຈາກ facebook ຕະຫຼອດຮອດອັນທີ່ງ່າຍດາຍກວ່າ ເພື່ອຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ ແລະ ປະສິດທິຜົນໃນການຜະລິດ. ຫັນບັນດາຜະລິດຕະພັນ ແລະ ການບໍລິການຂອງຕົນໃຫ້ເປັນດີຈີຕອນ, ຕິດພັນກັບບັນດາຜະລິດຕະພັນທີ່ເປັນມູນເຊື້ອໃນປັດຈຸບັນ, ຫັນຂັ້ນຕອນການຜະລິດທີ່ມີີປະສິດທິຜົນເປັນອັດຕະໂນມັດ. ພິເສດ, ແມ່ນການນໍາໃຊ້ໂປແກຼມ Blookchain ເພື່ອຮູ້ຈັກວິທີກວດກາຕົ້ນກໍາເນີດຂອງຜະລິດຕະພັນ. ຫັນຈິນຕະນາການເປັນດີຈີຕອນ”. 

         ທັດສະນະຂອງລັດຖະບານຫວຽດນາມ ແມ່ນຍາດແຍ່ງກາລະໂອກາດດີທີ່ສຸດຂອງການປະຕິວັດອຸດສາຫະກໍາ 4.0 ເພື່ອປະຕິບັດການຫັນປ່ຽນດີຈີຕອນແຫ່ງຊາດ, ສ້າງສັງຄົມດີຈີຕອນ, ພັດທະນາເສດຖະກິດດີຈີຕອນຢ່າງແຮງ ແລະ ມີປະສິດທິພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ