ຍີ່ປຸ່ນ ນຳໃຊ້ມາດຕະການລົງໂທດ ສປປ ເກົາຫລີ

ຍີ່ປຸ່ນ ນຳໃຊ້ມາດຕະການລົງໂທດ ສປປ ເກົາຫລີ - ảnh 1
ຫົວຫນ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ Yoshihide Suga
ພາບ:internet

(vovworld) -  ສຳນັກ​ຂ່າວສານ Kyodo ຂອງ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ພາຍຫລັງ ອາ​ເມ​ລິ​ກາ ຈັດ​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່ ສປປ ​ເກົາຫລີ ພຽງ​ຝ່າຍ​ດຽວ, ​ໃນ​ນັ້ນ​ຫ້າມ​ຕິດ​ຕໍ່​ພົວພັນ​ກັບ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ ສປປ ​ເກົາຫລີ, ວັນ​ທີ 19/3 ລັດຖະບານ ຍີ່​ປຸ່ນ ​ໄດ້​ຕົກລົງ​ປະກາດ​ໃຊ້​ຄຳ​ສັ່ງ​ເຊັ່ນ​ດຽວ​ກັນ. ​ແຈ້ງຂ່າວ​ດັ່ງກ່າວ​ຖືກ​ຍົກ​ອອກ​ພາ​ຍຫລັງ​ການ​ພົບ​ປະລະ​ຫວ່າງ​ບັນດາ​ເຈົ້າ​ຫນ້າ​ທີ່​ກະຊວງ​ການ​ເງິນ ຍີ່​ປຸ່ນກັບ ທ່ານ David Cohen ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ວຽກ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ສືບລາຊະການ​ລັບດ້ານ​ການ​ເງິນ ທີ່ພວມ​ຢູ່​ຢ້ຽມຢາມ ຍີ່​ປຸ່ນ. ລັດຖະມົນຕີ​ກະຊວງ ການ​ເງິນ ຍີ່​ປຸ່ນ ຖື​ວ່າ: ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ຮັບຮອງ​ເອົາ​ມະຕິ​ເພີ່ມ​ທະວີ​ມາດ​ຕະການ​ລົງ​ໂທດຕໍ່ ສປປ ​ເກົາຫລີ, ສະ​ນັ້ນ ຍີ່​ປຸນ ຈະ​ນຳ​ໃຊ້​ມາດ​ຕະການ​ລົງ​ໂທດ​ສຳລັບ​ບັນດາ​ສ່ວນ​ບຸກຄົນ​ກໍ​ຄື​ຂົງ​ເຂດ​ການ​ເງິນ​ຂອງ ພຽງ​ຢາງ ​ໂດຍ​ໄວ ພ້ອມ​ທັງ​ເລັ່ງລັດ​ປະຊາ​ຄົມ​ໂລກ​ປະຕິບັດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ.

ຂ່າວ/ບົດ​ອື່ນ