ຍີ່​ປຸນ ປະ​ກາດກ່ຽວ​ກັບ​ ການ​ປ່ອຍ​ ນ້ຳ​​​ເສຍທີ່​ມີ​ສານ ​ກຳມັນຕະພາບລັງສີ ທີ່ໄດ້​ຮັບ​ການ​ບຳ​ບັດ​ແລ້ວ ລົງ​ສູ່​ທະ​ເລ​ຮອບ​ທີ 2

(VOVWORLD) - TEPCO ໂດຍແມ່ນຫົວໜ່ວຍເຄື່ອນໄຫວໂຮງງານໄຟຟ້ານິວເຄຼຍ Fukushima ຄາດວ່າ ຈະປ່ອຍນ້ຳເສຍທີ່ໄດ້ຮັບການບຳບັດແລ້ວເປັນຈຳນວນ 7.800 ໂຕນ ລົງສູ່ທະເລໃນຄັ້ງທີ 2 ນີ້, ເທົ່າກັນກັບຈຳນວນຂອງການປ່ອຍນ້ຳເສຍຄັ້ງທີ 1.
ຍີ່​ປຸນ ປະ​ກາດກ່ຽວ​ກັບ​ ການ​ປ່ອຍ​ ນ້ຳ​​​ເສຍທີ່​ມີ​ສານ ​ກຳມັນຕະພາບລັງສີ ທີ່ໄດ້​ຮັບ​ການ​ບຳ​ບັດ​ແລ້ວ ລົງ​ສູ່​ທະ​ເລ​ຮອບ​ທີ 2 - ảnh 1ໂຮງງານໄຟຟ້ານິວເຄຼຍ Fukushima (ພາບ: Kyodo )

ວັນທີ 28 ກັນຍາ, ບໍລິສັດໄຟຟ້າ Tokyo (TEPCO) ປະກາດ ຈະປະຕິບັດການປ່ອຍນ້ຳເສຍທີ່ມີສານກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດ ແລ້ວ ຈາກໂຮງງານໄຟຟ້ານິວເຄຼຍ Fukushima ລົງສູ່ທະເລໃນວັນທີ 5 ຕຸລາ ຈະມາເຖິງ.

TEPCO ໂດຍແມ່ນຫົວໜ່ວຍເຄື່ອນໄຫວໂຮງງານໄຟຟ້ານິວເຄຼຍ Fukushima ຄາດວ່າ ຈະປ່ອຍນ້ຳເສຍທີ່ໄດ້ຮັບການບຳບັດແລ້ວເປັນຈຳນວນ 7.800 ໂຕນ ລົງສູ່ທະເລໃນຄັ້ງທີ 2 ນີ້, ເທົ່າກັນກັບຈຳນວນຂອງການປ່ອຍນ້ຳເສຍຄັ້ງທີ 1. ຄັ້ງທີ 2 ຈະດຳເນີນໃນໄລຍະເວລາ 17 ວັນ. ວຽກງານກະກຽມໃຫ້ແກ່ການປ່ອຍນ້ຳເສຍຄັ້ງນີ້ ຈະໄດ້ຮັບການຜັນຂະຫຍາຍແຕ່ວັນທີ 3 ຕຸລາ ຈະມາເຖິງ ເພື່ອກຳນົດ ຄວາມເຂັ້ມທາດ tritium ພາຍຫຼັງ ການປ່ອຍນ້ຳເສຍທີ່ໄດ້ຮັບການບຳບັດແລ້ວ ລົງສູ່ທະເລ. ຕາມ TEPCO ແລະ ລັດຖະບານ ຍີ່ປຸ່ນ ແລ້ວ, ການປ່ອຍນ້ຳເສຍທີ່ມີສານກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວ ລົງສູ່ທະເລແມ່ນຂັ້ນຕອນທີ່ຈຳເປັນ ເພື່ອມຸ່ງໄປເຖິງການຢຸດຕິການເຄື່ອນໄຫວຂອງ ໂຮງງານໄຟຟ້ານິວເຄຼຍ Fukushima ເຊິ່ງຖືກເປເພຢ່າງຮ້າຍແຮງ ໃນເຫດໄພພິບັດເຄື່ອນດິນໄຫວ ແລະ ຄື້ນຍັກ ເມື່ອປີ 2011.

ຕອບກັບ

ຂ່າວ/ບົດ​ອື່ນ