ຍີ່ປຸ່ນ ຢັ້ງຢືນ​ມີ 355 ກໍ​ລະ​ນີ​ຕິດ​ເຊື້ອ​ພະຍາດ Covid – 19 ​ໃນ​ກໍ່າ​ປັ່ນ​ທ່ອງ​ທ່ຽວ Diamond Princess

(VOVWORLD) -ທ່ານ Katsunobu Kato ລັດຖະມົນຕີກະຊວງສາທາລະນະສຸກ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ ມີ 70 ກໍລະນີຕື່ມອີກທີ່ ໄດ້ຮັບການຢັ້ງຢືນວ່າຕິດເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ (Covid – 19) ໃນກໍ່າປັ່ນທ່ອງທ່ຽວ Diamond Princess. 
ຍີ່ປຸ່ນ ຢັ້ງຢືນ​ມີ 355 ກໍ​ລະ​ນີ​ຕິດ​ເຊື້ອ​ພະຍາດ Covid – 19 ​ໃນ​ກໍ່າ​ປັ່ນ​ທ່ອງ​ທ່ຽວ Diamond Princess - ảnh 1 ກໍ່າປັ່ນທ່ອງທ່ຽວ Diamond Princess ຢູ່ນະຄອນ Yokohama (ພາບ: Kyodo/TTXVN)

        ວັນທີ 16 ກຸມພາ, ທ່ານ Katsunobu Kato ລັດຖະມົນຕີກະຊວງສາທາລະນະສຸກ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ ມີ 70 ກໍລະນີຕື່ມອີກທີ່ ໄດ້ຮັບການຢັ້ງຢືນວ່າຕິດເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ (Covid – 19) ໃນກໍ່າປັ່ນທ່ອງທ່ຽວ Diamond Princess ເຊິ່ງພວມໄດ້ແຍກຕ່າງຫາກຢູ່ນະຄອນ Yokohama ແລະໄດ້ຍົກຍອດຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວໃນກໍ່າປັ່ນທ່ອງທ່ຽວຂຶ້ນເຖິງ 355 ຄົນ. ໃນນັ້ນ, ມີ 37 ກໍລະນີບໍ່ປະກົດມີອາການຕິດພະຍາດເລີຍ.

        ໃນຕອນຄໍ່າວັນທີ 15 ກຸມພາ, ກະຊວງສາທາລະນະສຸກ ຝລັ່ງ ໄດ້ປະກາດວ່າ ຝລັ່ງມີກໍລະນີຕິດເຊື້ອພະຍາດ Covid – 19 ຜູ້ທີ 12 ແລ້ວ.

        ສ່ວນຢູ່ປະເທດຈີນ, ໄລ່ຮອດໝົດວັນທີ 15 ກຸມພາ, ຈໍານວນຜູ້ເສຍຊີວິດຢູ່ຈີນ ຍ້ອນຕິດເຊື້ອພະຍາດ Covid – 19 ແມ່ນ 1.665 ຄົນ ແລະ 68.500 ຄົນຢູ່ 31 ແຂວງ, ນະຄອນ ຂອງຈີນ ໄດ້ຮັບການຢັ້ງຢືນຕິດເຊື້ອພະຍາດດັ່ງກ່າວ.

        ຕາມຄະນະກໍາມະການສາທາລະນະສຸກ ຈີນ ແລ້ວ, ຈໍານວນກໍລະນີຕິດເຊື້ອພະຍາດໃໝ່ຢູ່ປະເທດນີ້ ໄດ້ຫຼຸດລົງເປັນມື້ທີີ 3 ຢ່າງລຽນຕິດ ແລະ ຈໍານວນຜູ້ຕິດເຊື້ອພະຍາດໃໝ່ຢູ່ນອກແຂວງ ຫູເປ່ີຍ ແມ່ນໄດ້ຫຼຸດລົງເປັນມື້ທີ 12 ຢ່າງລຽນຕິດແລ້ວ. 

ຕອບກັບ

ຂ່າວ/ບົດ​ອື່ນ