( ທ່ານ Glyn Daves ແລະ ທ່ານ Shinsuke Sugiyama )
( ພາບຈາກ Reuters )
( vovworld ) - ວັນທີ 26/2, ບັນດາເຈົ້າໜ້າທີ່ຂັ້ນສູງຂອງຍີປຸ່ນ ແລະ ອາເມລິກາໄດ້ມີການປຶກສາຫາລືກ່ຽວກັບໂຄງການນິວເຄຼີຍຂອງສປປ.ເກົາຫຼີ. ຜູ້ຕາງໜ້າພິເສດຂອງອາເມລິກາ ກ່ຽວກັບນະໂຍບາຍທີ່ມີຕໍ່ສປປ.ເກົາຫຼີ ທ່ານ Glyn Daves ໄດ້ມີການເຈລະຈາກັບທູດພິເສດກ່ຽວກັບບັນຫານິວເຄຼຍຂອງຍີປຸ່ນ ທ່ານ Shinsuke Sugiyama ຢູ່ໂຕກ່ຽວ ເພື່ອແຈ້ງໃຫ້ຊາບກ່ຽວກັບການເຈລະຈາໂດຍກົງເມື່ອວັນທີ 24/2 ຢູ່ປັກກິງ ລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ, ກໍ່ຄືການແລກປ່ຽນທັດສະນະກ່ຽວກັບແງ່ຫວັງເຊື່ອມຕໍ່ການເຈລະຈາ 6 ຝ່າຍຄືນໃໝ່ ທີ່ກ່ຽວຂ້ອງເຖິງບັນຫາປອດນິວເຄຼີຍໃນແຫຼມເກົາຫຼີ. ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານ Sugiyama ຢືນຢັນວ່າ ຍີປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອແກ້ໄຂບັນຫານິວເຄຼີຍຂອງສປປ.ເກົາຫຼີ. ສ່ວນທ່ານ Davies ໃຫ້ຮູ້ວ່າ ບັນດາການເຈລະຈາຫຼາຍຝ່າຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສປປ.ເກົາຫຼີ ຈະບໍ່ໄດ້ຣັບການຈັດຂື້ນຖ້າຫາກວ່າວໍສິງເຕັນ ແລະ ພຽງຢາງບໍ່ບັນລຸໄດ້ຄວາມຄຶບໜ້າກ່ຽວກັບບັນຫານິວເຄຼີຍຂອງສປປ.ເກົາຫຼີ.