ຍີ່ປຸ່ນ ​ແລະ ກຳປູ​ເຈຍ ເຫັນດີເປັນ​ເອ​ກະ​ພາບ​ຊຸກຍູ້​ການ​ປະຕິບັດ RCEP

(VOVWORLD) -ກຳປູເຈຍແມ່ນປະເທດທີສອງໃນການການຢ້ຽມຢາມອາຊີຂອງນາຍົກລັດຖະມົນຕີຍີ່ປຸ່ນ. ກ່ອນໜ້ານັ້ນທ່ານນາຍົກລັດຖະມົນຕີຍີ່ປຸ່ນໄດ້ໄປຢ້ຽມຢາມອິນເດຍ.



ຍີ່ປຸ່ນ ​ແລະ ກຳປູ​ເຈຍ ເຫັນດີເປັນ​ເອ​ກະ​ພາບ​ຊຸກຍູ້​ການ​ປະຕິບັດ RCEP - ảnh 1ທ່ານ Kishida Fumio ນາຍົກລັດຖະມົນຕີ ຍີ່ປຸ່ນ (ພາບ: Reuters)

ວັນທີ 20 ມີນາ, ທ່ານ Kishida Fumio ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ເປັນເອກະພາບຮັບປະກັນການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງຄົບຖ້ວນເພື່ອຜົນປະໂຫຍດຂອງທຸກຝ່າຍ. ຕາມຖະແຫຼງການຮ່ວມ ທີ່ໄດ້ຍົກອອກມາ ພາຍຫຼັງການພົບປະລະຫວ່າງນາຍົກລັດຖະມົນຕີ 2 ປະເທດ ຢູ່ ນະຄອນຫຼວງ ພະນົມເປັນ, ການນຳ 2 ທ່ານ ໄດ້ເປັນເອກະພາບເພີ່ມທະວີການຮ່ວມມື ເພື່ອຮັບປະກັນການປະຕິບັດ RCEP ຢ່າງຄົບຖ້ວນ.

ກຳປູເຈຍແມ່ນປະເທດທີສອງໃນການການຢ້ຽມຢາມອາຊີຂອງນາຍົກລັດຖະມົນຕີຍີ່ປຸ່ນ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນໄດ້ໄປຢ້ຽມຢາມອິນເດຍ.

ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນປີນີ້, RCEP ລວມມີ 10 ປະເທດສະມາຊິກ ອາຊຽນ ພ້ອມກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ, ກວມເກືອບ 30% ຈຳນວນປະຊາກອນ (ທຽບເທົ່າກັບ 2,7 ຕື້ຄົນ) ແລະ ລວມຍອດຜະລິດຕະພັນພາຍໃນທົ່ວໂລກ (GDP - ເທົ່າກັບ 26,200 ຕື້ USD).

ຕອບກັບ

ຂ່າວ/ບົດ​ອື່ນ